ອາ​ຊຽນ​ໄດ້​ລື່ນ​ກາຍ​ອາ​ເມ​ລິ​ກາ ກາ​ຍ​ເປັນ​ຄູ່​ການ​ຄ້າ​​ໃຫຍ່​ທີ່​ສຸດ​ຂອງ​ແຂວງ​ເສ​ສວນ​ຂອງ​ຈີນ​​

(GMT+08:00) 2013-11-18 18:03:07     cri

ວັນ​ທີ 18 ພະຈິກ​ນີ້, ດ່ານ​ພາສີ​ນະຄອນ​​ເສີງ​ຕູ່​​ແຂວງ​ເຊ​ສວນຂອງ​ຈີນ​ລາຍ​ງານ​ວ່າ, ຕາມ​ສະຖິຕິ​ຫລ້າ​ສຸດ, ​ໃນ 10 ​ເດືອນທໍາ​ອິດຂອງປີ​ນີ້, ຍອດມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ແຂວງ​ເສ​ສວນ​ຂອງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວ, ອາ​ຊຽນ​ໄດ້​ລື່ນ​ກາຍ​ອາ​ເມ​ລິ​ກາ ກາ​ຍ​ເປັນ​ຄູ່​ການ​ຄ້າ​​ໃຫຍ່​ທີ່​ສຸດ​ຂອງ​ແຂວງ​ເສ​ສວນ​ຂອງ​ຈີນ.

ສະຖິຕິ​ຂອງດ່ານ​ພາສີ​ນະຄອນ​​ເສີງ​ຕູ່ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ແຂວງ​ເສ​ສວນ​ຂອງ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ​ເຖິງ 9 ຕື້ 310 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 32,5% ​ເຊິ່ງກວມ​ເອົາ 18.1% ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ຕ່າງ​ປະ​ເທດ​ທົ່ວ​ແຂວງ​ເສ​ສວນ.

ການ​ວິ​ເຄາະ​ຂອງ​ດ່ານ​ພາສີ​ຂອງ​ນະຄອນ​ເສີງ​ຕູ່​​ເຫັນ​ວ່າ, ພາຍ​ໃຕ້​ເບື້ອງ​ຫລັງ​ທີ່​ການ​ຄ້າ​ຕ່າງປະ​ເທດ​ຂອງອົງກອນ​ເສດຖະກິດຕົ້ນຕໍທີ່​ພັດທະນາ​ແລ້ວ​ ​ເຊັ່ນ​ເອີຣົບ, ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລ​ະອື່ນໆ​​ໄດ້​ຫລຸດ​ຕໍ່າລົງ, ການ​ຄ້າ​ລະຫວ່າງ​ແຂວງ​ເສ​ສວນ​ກັບ​ອາ​ຊຽນ​ໄດ້​ຮັ​ກສາ​ທ່າ​ອ່ຽງຂະຫຍາຍຕົວ​ທີ່​ໄວວາ​ສົມຄວນ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ "ຍຸດ​ທະ​ສາດ​ທິດ​ໃຕ້" ​ທີ່​​ແຂວງ​ເສ​ສວນ​ດໍາ​ເນີນ​ໃນ​ຫລາຍ​ປີ​ມາ​ນີ້​ ​​ເພື່ອ​ເປີດ​ກວ້າງ​ການ​ເປີດ​ປະຕູ​ໄດ້​ຮັບ​ໝາກຜົນ​ຢ່າງ​ເດັ່ນ​ຊັດ. ສ່ວນ​ປະ​ເພດ​ການ​ຄ້າ, ສິນຄ້າ​ການ​ຄ້າ​ຕົ້ນຕໍ​ລະຫວ່າງ​​ແຂວງເສສວນ​ກັບ​ອາ​ຊຽນ​​ແມ່ນ​ຜະລິດ​ຕະພັນ​ກົນ​ຈັກ, ​ເອ​ເລັກ​ໂຕຼ​ນິກ, ຜະລິດ​ຕະພັນ​ເຕັກນິກ​ສູງ ​ແລະ​ອື່ນໆ.