ປະທານ​ປະ​ເທດ​ຈີ​ນພົບ​ປະ​ກັບ​ອະ​ດີ​ດປະທານາທິບໍດີ​ອາ​ເມ​ລິ​ກາ

(GMT+08:00) 2013-11-18 19:47:34     cri

ວັນ​ທີ 18 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ບິນ ​ກລິນ​ຕັນປະທານາທິບໍດີ​ອາ​ເມ​ລິ​ກາ ຢູ່​ນະຄອນ​ຫລວງ​ປັກ​ກິ່ງ​ຂອງ​ຈີນ.

ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​​ກລິນ​ຕັນທີ່​ໄດ້​ທໍາ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​​ເພື່ອຊຸກຍູ້​ການ​ພັດທະນາ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາໃນ​​ໄລຍະດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ​​ໄດ້​ດໍາ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງ​ໆ ​ເຊັ່ນ​ການ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ການກຸສົນ, ການປ້ອງ​ກັນ​ພະຍາດ​ໂດຍ​ສະ​ເພາະ​ແມ່​ນການ​ປ້ອງ​ກັນພະຍາດ​​​ເອດ ​ແລະ​ອື່ນໆ​ພາຍຫລັງ​ທີ່​ທ່ານໄດ້​ພົ້ນອອກ​ຈາກ​ຕໍ​າ​ແໜ່​ງ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຊີ້​ອອກ​ວ່າ, ການ​ພັດ​ທະນາ​ຂອງ​ການ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ຕ້ອງການ​ການ​ສະໜັບສະໜູນ​ແລະ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ. ຫວັງ​ວ່າ​ທ່ານກລິນ​ຕັນແລະ​ກອງ​ທຶນກລິນ​ຕັນຈະ​ສືບ​ຕໍ່​ປະກອບ​ສ່ວນ​ເຂົ້າ​​ໃນ​ການ​ພົວພັນ​ຈີ​ນ-ອາ​ເມ​ລິ​ກາ ​ເພື່ອ​ຊຸກຍູ້ຄົນຫລາຍ​ກວ່າ​​ເກົ່າ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ຮ່ວມ​ມື​ໄມຕີ​ຈິດ​ມິດຕະພາບ​ຈີນ-ອາ​ເມ​ລິ​ກາ​.

ທ່ານກລິນ​ຕັນກ່າວ​ວ່າ, ອາ​ເມ​ລິ​ກາ​ກັບ​ຈີນ​ຄວນ​ເພີ່ມທະວີ​ການ​ຮ່ວມ​ມື, ຮ່ວມ​ກັນຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​​ໃນ​ທົ່ວ​ໂລກ ​ເພື່ອ​ສ້າງ​ອະ​ນາ​ຄົດ​ອັນ​ດີງາມ​ໃຫ້​​ແກ່​ປະຊາຊົນ​ສອງ​ຊາດ. ຍິນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ສາ​ທາ​ລະນະ​ສຸກ, ພະລັງງານ​ໃໝ່, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ອື່ນໆ ​ແລະ​ດໍາ​ເນີນ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ພາກ​ພື້ນ​ຕ່າງໆ​​ເຊັ່ນ​ອາ​ຟຼິກາ​​ເປັນ​ຕົ້ນ ເພື່ອ​ຊຸກຍູ້​ຄວາມ​ຜາ​ສຸກ​ຂອງ​ມວນ​ມະ​ນຸດ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​​ໂລກ.