ນາຍົກ​ຍີ່ປຸ່ນ​ຢ້ຽມຢາມ​ລາວ

(GMT+08:00) 2013-11-18 10:56:42     cri
​ໂດ​ຍຕອບ​ສະໜອງ​ຕາມ​ການ​ເຊີນ​ຂອງ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ, ທ່ານ​ຊິນ​ໂຈະ ອາ​ເບ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ນຳພາ​ຄະນະ​ໄປ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 17 ພະຈິກ​ນີ້, ​ແລະ​ໄດ້​ພົບ​ປະເຈລະຈາ​ກັບ​ທ່ານທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ.

​ໃນ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​​ແຜນການ​ຊ່ອຍ​ເຫຼືອ​ແລະ​ຮ່ວມ​ມື​ໃນ​ຕໍ່ໜ້າ, ຕົວຢ່າງ​ຄື: ​ເງິນ​ກູ້​ດອກ​​ເບ້ຍ​ຕ່ຳ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ,​ໂຄງການ​ຂະຫຍາຍ​ສ້າງ​ອາຄານ​​ໂດຍສານຂອງ​ສະໜາມ​ບິນ​ສາກົນ​ວັດ​ໄຕ​ນະຄອນຫຼວງ​ວຽງຈັນ​ໄລຍະ 3, ວຽກ​ງານ​​ເກັບ​ກູ້​ລູກ​ລະ​ເບີດບໍ່​ທັນ​ແຕກທີ່​ຕົກ​ຄ້າງມາ​ແຕ່​ສະ​ໄໝ​ສົງຄາມ ​ແລະວຽກ​ງານ​ອອກ​ແບບກໍ່ສ້າງ​ຂົວ​​ເຊ​ກອງ​. ສັນຍາ​ຮ່ວມ​ມື 4 ສະບັບ​ດັ່ງກ່າວ​ຈະ​ລົງ​ລາຍ​ເຊັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຍີ່ປຸ່ນ​ທີ່​ຈັດ​ຂຶ້ນຢູ່​ໂຕ​ກຽວ​ໃນ​ເດືອນ​ທັນວາ​ປີ​ນີ້.

ນອກ​ນີ້ ຝ່າຍ​ລາວ​ຍັງ​ປະກາດ​ວ່າ​ ຈະ​ຍົກ​​ເລີກ​ວິຊາ​ຕໍ່​ໜັງສື​ເດີນທາງ​ລັດຖະການ​ຂອງ​ຍີ່ປຸ່ນ ​ແລະ​ເ​ຫັນ​ດີ​ຈະ​ເປີດ​ຫ້ອງການ​ຜູ້ຕາງໜ້າ​ອົງການ​ການ​ຄ້າ​ສາກົນ​ຂອງ​ຍີ່ປຸ່ນ​​ຢູ່​ວຽງ​ຈັນ​ໃນ​ໄລຍະ​ມໍ່ໆ​ນີ້.