ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ

(GMT+08:00) 2013-11-19 19:48:52     cri

ການ​ປະ​ກວດ​ຮູບ​ຖ່າຍ​​ແລະ​ວິ​ດີ​ໂອ​ທົ່ວ​ໂລກ​ໃນ​ຫົວ​ຂໍ້ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ"

ກິດຈະ​ກຳ​ຕ່າງໆ​ແຫ່ງ​ການ​ແລກປ່ຽນ​ວັດທະນະທຳ​ສາກົນ​ທີ່​ໃຊ້​ສື່​ທຸກ​ຊະນິດ​ທີ່​ມີ​ຫົວ​ຂໍ້ວ່າ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃໝ່" ​ແມ່ນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ຮ່ວມ​ກັບ​ຄະນະ​ໂຄສະນາ​ຄະນະ​ພັກ​ແຂວງ​ໄຫ​ຫຼຳ​ ​ແລະ​ສະຖານີ​ວິທະຍຸ​ໂທລະພາບ​ແຂວງ​ໄຫ​ຫຼຳຈີນຮ່ວມ​ກັນ​ວາງ​ແຜນ​ຈັດ​ຂຶ້ນ. ກິດຈະກຳ​ດັ່ງກ່າວ​ຈະ​ເດີນທາງ​ໄປ​ຕາມ​ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ" ທີ່​ເປັນ​ເສັ້ນທາງ​ການ​ຄ້າ​ ແລະ​ເສັ້ນທາງ​ແຫ່ງ​ມິດຕະພາບ​ທີ່​ມີ​ມາ​ແຕ່ບູຮານນະ​ການ ​ເຊິ່ງຈະບັນທຶກ​ທິວ​ທັດ​ທຳ​ມະ​ຊາດ ​ແລະ​ຊີວິດ​ສັງຄົມ​ຂອງ​ປະຊາ​ຊົນ​ປະ​ເທດ​ຕ່າງໆ​ທີ່ຢູ່​ຕາມ​ເສັ້ນທາງ, ພ້ອມ​ທັງລົງ​ເລິກ​ຄົ້ນ​ຫາ​ນ້ຳ​ໃຈ​ວັດທະນະທຳ ​ແລະ​ຮອງ​ຮອຍ​ວັດທະນະທຳ​ຕ່າ​ງໆ.

​ໃນ​ຖານະ​ເປັນ​ກິດຈະກຳທີ່​ສຳຄັນ​​ໜຶ່ງ​ໃນ​ຫຼາຍກິດຈະກຳ​, ການ​ປະ​ກວດ​ຮູບ​ຖ່າຍ​​ແລະວິ​ດີ​ໂອ​ທົ່ວ​ໂລກ​ໃນ​ຫົວ​ຂໍ້ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ" ຈະ​ເລີ່​ມ​ຂຶ້ນ​ຢູ່​ເມືອງ​ປໍ​ອາວ​ແຂວງ​ໄຫ​ຫຼຳ​ໃນ​ວັນ​ທີ 21 ພະຈິກ 2013. ພວກ​ເຮົາ​ຂໍ​ເຊີນຊວນທຸກ​ທ່ານຈົ່ງ​ໃຊ້​ມື​ຖື​ຂອງ​ທ່ານ, ດາວ​ໂຫຼ​ດຊອບ​ແວ "WE CHAT", ຕິດຕໍ່ພວກ​ເຮົາ, UPLOAD ວິ​ດີ​ໂອ ຫຼື ຮູບ​ຖ່າຍ​ທີ່​ດີຂອງ​ທ່ານ, ຮ່ວມ​ກັນ​ກັບ​ພວກ​ເຮົາ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ!

ຫົວ​ຂໍ້​ຂອງ​ກິດຈະກຳ​ເທື່ອ​ນີ້​ແມ່ນ "ຄົ້ນ​ຫາ​ຄວາມ​ງາມ​ຂອງ​ອາຊີ", ຮູບ​ຖ່າຍ​ແລະ​ວິ​ດີ​ໂອ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກວດ​ແມ່ນ​ຮູບ​ຖ່າຍກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ ​ແລະວັດທະນະທຳຂອງ​ປະ​ເທດ​ທີ່ຢູ່​ຕາມ​ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ" ຄື ຈີນ, ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ມຽນມາ, ຫວຽດນາມ, ກຳປູ​ເຈຍ, ລາວ, ອິນ​ເດຍ ​ແລະ​ສີ​ລັງກາ.

​ໄລຍະ​ຮັບ​ຮູບ​ຖ່າຍ​ແລະ​ວິ​ດີ​ໂອ ​ເລີ່​ມ​ແຕ່ເດືອນ​ພະຈິກ 2013 ຫາ​ວັນ​ທີ 1 ມີນາ 2014.

ຄະນະຮັບຜິດຊອບ​ການ​ປະ​ກວດ​ຈະ​ເລືອກ​ເອົາ​ຮູບ​ຖ່າຍ​ຫຼື​ວິ​ດີ​ໂອ​ທີ່​ໄດ້​ຮັບ​ລາງວັນ​ຂອງ "ຈຸ​ສື່​ມວນ​ຊົນ" ​ແລະ​ "ຈຸມວນ​ຊົນ" ຈຸລະ 10 ລາງວັນ, ຜູ້​ໄດ້​ຮັບ​ລາງວັນ​ຈະ​ສາມາດ​ໄປ​ທ່ຽວ​ອ້ອມ​ເກາະ​ໄຫ​ຫຼຳ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.

​ເຂົ້າ​ສູ່​ຄໍລຳ​ປະ​ກວດ​ທາງ​ອິນ​ເຕີ​ເນັດ (ພາສາ​ຈີນ)
http://gb.cri.cn/chinese_radio/other/beauty_asia
ເຂົ້າ​ສູ່​ຄໍລຳ​ປະ​ກວດ​ທາງ​ອິນ​ເຕີ​ເນັດ (ພາສາ​ອັງກິດ)
http://english.cri.cn/other/beauty_asia
​ໃຊ້ ຊອບ​ແວ "WE CHAT" ສະ​ແກນ​ລະຫັດ​ສອງ​ມິ​ຕິ (two-dimension code) ​ເພື່ອ​ຕິດຕາມ​ກິດຈະກຳ (ໝາຍ​ເຫດ: ຄວນ​ໃຊ້​ລະຫັດ​ສອງ​ມິ​ຕິ newsr )