ໄຂ​ງານ​​ສີ​ລະ​ປະ​ອາຊີ​ຄັ້ງ​ທີ 13 ຢູ່​ນະຄອນ​ຄຸນ​ໝິງ

(GMT+08:00) 2013-11-19 15:27:03     cri

ຕາມ​ຂ່າວCRI: ວັນ​ທີ 18 ພະຈິກ​ນີ້, ງານ​ສີ​ລະ​ປະ​ອາຊີ​ຄັ້ງ​ທີ 13 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຄຸນ​ໝິງ, ຫົວ​ຂໍ້​ຂອງ​ງານ​ສີ​ລະ​ປະ​ຄັ້ງ​ນີ້​ແມ່ນ "ອາຊີ​ທີ່ມີ​ສະ​ເໜ່, ຈີນ​ທີ່​ມີ​ວັດທະນະທຳ, ​ແຂວງ​ຢຸນໜານ​ທີ່​ມີຫຼາກຫຼາຍສີສັນ, ​ເມືອງ​ລະດູ​ໃບ​ໄມ້​ປົ່ງ​ທີ່​ສວຍ​ງາມ".

ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ຫວຽດນາມ, ສີ​ລັງກາ, ​ເນ​ປານ, ສ.ປ.ປ​ເກົາຫຼີ​ແລະ​ອື່ນໆ​ທັງ​ໝົດ 11 ປະ​ເທດ​ອາຊີ​ໄດ້​ສົ່ງ​ຄະນະ​ສີ​ລະ​ປະຂອງ​ຕົນເຂົ້າ​ຮ່ວມ​ກິດຈະກຳ​ຂອງ​ງານ​ສີ​ລະ​ປະ​ຄັ້ງ​ນີ້. ​​​​ໂດຍ​ມີ​ແຂກ​ຜູ້​ມີ​ກຽດ​ແລະຜູ້ຕາງໜ້າ​ຕ່າງໆຂອງຫຼາຍ​ປະ​ເທດ, ​ເຂດ​​ແຄ້ວ​ນຢູ່​ອາຊີ, ອົງການ​ຈັດ​ຕັ້ງສາກົນກ່ຽວຂ້ອງ, ​ບັນດາທູຕານຸທູດ​ຂອງ​ປະ​ເທດ​ກ່ຽວຂ້ອງ​ປະຈຳ​ຈີນ​ແລະຜູ້​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ຕົ້ນຕໍ​ຂອງງານ​ສີ​ລະ​ປະ​ຄັ້ງ​ນີ້​ຕາມ​ຄຳ​ເຊີນ.