ເຫດການອົສຕຼາລີ​ສອດ​ແນມອິນ​ໂດ​ເນ​ເຊຍ​​ໄດ້​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ ອິນ​ໂດ​ເນ​ເຊຍ​ໄດ້ຮຽກ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ອົສຕຼາລີກັບ​ຄືນ​ປະ​ເທດ

(GMT+08:00) 2013-11-19 15:27:53     cri
ຕາມ​ຂ່າວCRI: ພາຍຫຼັງສື່​ມວນ​ຊົນ​ອົສຕຼາລີ​ໄດ້​ເປີດ​ເຜີຍ​ລາຍ​ລະ​ອຽດທີ່​ຫຼາຍ​ກວ່າ​ເກົ່າກ່ຽວ​ກັບ​ອົງ​ການ​ຂ່າວ​ລັບ​ອົສຕຼາລີ​ໄດ້​ດຳ​ເນີນ​ການສອດ​ແນມ​ຕໍ່​ອິນ​ໂດ​ເນ​ເຊຍ​, ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ເຫດການ​ສອດ​ແນມ​ລະຫວ່າງ​ອົສຕຼາລີ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ຄືບ​ໜ້າຢ່າງ​ຕໍ່​ເນື່ອງ, ວັນ​ທີ 18 ພະຈິກ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້​ຮຽກ​​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ອົສຕຼາລີກັບ​ຄືນ​ປະ​ເທດ, ​ແລະ​ຈະດຳ​ເນີນ​ການ​ສອບ​ຖາມ​ກ່ຽວ​ກັບ​ເລື່ອງ​ການ​ສອດ​ແນມ​ຂອງອົງ​ການ​ຂ່າວ​ລັບ​ອົສຕຼາລີ.