ຜູ້​ວ່າການ​ທະນາຄານ​ກາງ​ຈີນກ່າວ​ວ່າ: ວຽກ​ງານ​ກຊຳລະສະສາງ​ດ້ວຍ​ເງິນ​ຢວນຈີນຂ້າມຊາດຂອງ​ມະ​ເລ​ເຊຍ​ຈະ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ຕື່ມ​ອີກ

(GMT+08:00) 2013-11-19 15:28:48     cri

ຕາມ​ຂ່າວCRI: ວັນ​ທີ 18 ພະຈິກ​ນີ້, ທ່ານ​ໂຈ່​ວສຽວ​ຊວນ, ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນເຊິ່ງເປັນທະນາຄານກາງຂອງຈີນກ່າວ​​ໃນ​ພິທີ​ໄຂສຳນັກງານ​ຕົວ​ແທນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງທະນາ​ຄານ​ແຫ່ງ​ຊາດ​ມະ​ເລ​ເຊຍ​ວ່າ, ວຽກ​ງານ​​ຊຳລະສະສາງ​ດ້ວຍ​ເງິນ​ຢວນຈີນຂ້າມ​ຊາດ​ລະຫວ່າງ​ຈີນ​ກັບ​ມະ​ເລ​ເຊຍ​ຈະ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ຕື່ມ​ອີກ. ວັນ​ທີ 18 ພະຈິກ​ນີ້, ທະນາຄານ​ກາງ​ຈີນ​ກັບ​ທະນາຄານ​ແຫ່ງ​ຊາດ​ມະ​ເລ​ເຊຍ​ໄດ້​​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ, ໂດຍມີ​ການຈັດ​ວາງ​ດ້ານ​ການຈຳ​ຂ້າມ​ຊາດເພື່ອສະໜອງເງິ່ນຄ່ອງໃຫ້ແກ່ສະຖາບັນການເງິນ, ການຈັດ​ວາງ​ດັ່ງກ່າວ​ມີ​ຜົນ​ດີ​ຕໍ່​ການ​ລົງ​​ເລິກ​ການ​ຮ່ວມ​ມື​ດ້ານການ​ທະນາຄານ​ລະຫວ່າງ​ສອງ​ປະ​ເທດ, ​​ເຮັດ​ໃຫ້ຕະຫຼາດມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ, ປົກ​ປ້ອງ​ຄວາມ​ໝັ້ນຄົງ​ດ້ານການ​ທະນາຄານ​ຂອງ​ພາກ​ພື້ນ.

ຂ່າວ​ແຈ້ງວ່າ, ສຳນັກງານ​ຕົວ​ແທນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງທະນາຄານ​ແຫ່ງ​ຊາດ​ມະ​ເລ​ເຊຍ​ແມ່ນ​ສຳນັກງານ​ຕົວ​ແທນແຫ່ງ​ທີ3ທີ່​ທະນາຄານ​ແຫ່ງ​ຊາດມະ​ເລ​ເຊຍ​ໄດ້​ສ້າງ​ຕັ້ງ​ຂຶ້ນຢູ່​ຕ່າງປະ​ເທດ​ຖັດຈາກ​ຢູ່​ນະຄອນຫຼວງ​ລອນ​ດອນ, ຂອງອັງກິດແລະນະຄອນ​ນິວຢອກຂອງອາເມລິກາ.