ກອງທັບ​ອີຣັກສັງຫານກຳລັງປະກອບ​ອາວຸດ​ທີ່​ຂ້າມ​ແດນມາຈາກ​ຊີຣີ

(GMT+08:00) 2013-11-19 15:29:29     cri

ຕາມ​ຂ່າວCRI: ວັນ​ທີ 18 ພະຈິກ​ນີ້, ຕຳຫຼວດ​ອີຣັກກ່າວ​ວ່າ, ກອງທັບ​​ອີຣັກ​ໄດ້​ສັງຫານ​ກຳລັງປະກອບ​ອາວຸດ​ທີ່​ຂ້າມ​ແດນອີຣັກມາຈາກ​ຊີຣີ​ແລະມີ​ເຈຕະນາ​ໂຈມ​ຕີຢູ່​ໃກ້​ຄາ​ອິມ​ເມືອງ​ຊາຍ​ແດນ​ແຂວງ​ອານ​ບາຂອງ​ຊີຣີ.

​ໃນ​ມື້​ດຽວ​ກັນ, ກໍ​ແມ່ນຢູ່​ແຂວງ​ອານ​ບາ​ເຊັ່ນ​ດຽວ​ກັນ, ມີ​ກຳລັງ​ປະກອບ​ອາວຸດ​ອີກ​ກຸ່ມ​ໜຶ່ງ​ໄດ້​ໃຊ້​ລະ​ເບີດ​​ທຳລາຍ​ຂົວ 4 ​ແຫ່ງຢູ່ໃກ້​ກັບ​ເມືອງ​ຣູດບາ​ທີ່​ຫ່າງ​ຈາກນະຄອນຫຼວງ​ແບັກ​ແດັດ​​ໄປ​ທາງ​ທິດຕາ​ເວັນ​ຕົກ​ປະມານ 370 ກິ​ໂລ​ແມັດ, ​ໂຊກ​ດີ​ທີ່​ບໍ່​​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ.