ທະນາຄານໂລກໃຫ້ເງິນກູ້ຢືມດ່ວນ 5 ຮ້ອຍລ້ານໂດລາແກ່ຟີ​ລິບ​ປິນ​ເພື່ອ​ສະໜັບສະໜູນ​ການ​ສ້າງສາ​ຄືນ​ໃໝ່ຫຼັງໄພພິບັດ

(GMT+08:00) 2013-11-19 15:32:13     cri
ຕາມ​ຂ່າວCRI: ວັນ​ທີ 18 ພະຈິກ​ນີ້, ທະນາຄານ​ໂລກ​ປະກາດວ່າຈະ​ໃຫ້ເງິນກູ້ຢືມຈຳນວນ 5 ຮ້ອຍ​ລ້ານ​ໂດ​ລາ​ຢ່າງ​ຮີບ​ດ່ວນ​ແກ່​ຟີ​ລິບ​ປິນ, ​ແລະ​ຈັດ​ວາງ​​ໃຫ້ນັກ​ຊ່ຽວຊານຜູ້​ຄຸ້ມ​ຄອງ​ໄພພິບັດ​ທົ່ວ​ໂລກໄປຊ່ວຍ​ເຫຼືອປະຊາຊົນ​ຟີ​ລິບ​ປິນສ້າງສາເຮືອນ​ບ້ານ​ຄືນ​ໃໝ່​ຫຼັງ​ຈາກ​ໄດ້​ຮັບຜົນເສຍຫາຍຈາກ ພາຍຸ​ໃຕ້​ຝຸ່ນ " ​ໄຮ​ຢ້ຽນ".

ທະນາຄານ​ໂລກ​ໃຫ້ການກູ້ຢືມເງິນຄັ້ງນີ້ແມ່ນອີງ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ລັດຖະບານ​ຟີ​ລິ​ບປິນ. ຂ່າວ​ແຈ້ງວ່າ, ໜ່ວຍ​ວິຊາການຂອງທະນາຄານ​ໂລກ​ໜ່ວຍ​ໜຶ່ງ​ຫາ​ກໍ່​ເດີນທາງ​ໄປຮອດ​ຟີ​ລິບ​ປິນ, ເພື່ອຊ່ວຍ​ເຫຼືອ​​ລັດຖະບານ​ຟີ​ລິບ​ປິ​ນ ​, ປະ​ເມີນສະພາບ​ການ​ເສຍ​ຫາຍ​ແລະ​ເກັບ​ກຳ​ຂໍ້​ມູນ​ລະອຽດເພື່ອວາງ​ແຜນການ​ສ້າງສາ​ຄືນ​ໃໝ່​ຢ່າງ​ຮອບດ້ານ.