ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຫລຸດ​ຄວາມ​ຫວັງ​ຕໍ່​ການ​ເຈ​ລະ​ຈາ​ບັນຫາ​ນິວ​ເຄຼຍຂອງ​ອີຣານ

(GMT+08:00) 2013-11-19 16:08:48     cri

ວັນ​ທີ 18 ພະຈິກ​ນີ້, ທ່ານ​ຈອນ ​ເຄຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ຕົນ​ເອງ​ບໍ່​ມີ​ຄວາມ​"ການ​ຄາດ​ຄະ​ເນ​​ທີ່ຈະ​ແຈ້ງ"ຕໍ່​ການ​​ເຈລະຈາຮອບ​ໃໝ່ລະຫວ່າງອີຣານ​ກັບ 6 ປະ​ເທດທີ່​ກ່ຽວຂ້ອງ​ກັບບັນຫາ​ນິວ​ເຄຼຍຂອງ​ອີຣານທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ​​ແນວ​ຂອງ​ສະ​ວິສ.

ຫລັງ​ຈາກ​​ໄດ້​ພົບ​ປະ​ກັບ​ທ່ານ​ອາມາ​ດ ດາ​ວູ​ໂຕກ​ລູ, ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຕວກກີ​ທີ່​ກໍາລັງ​ຢ້ຽ​ມຢາມ​ອາ​ເມ​ລິ​ກາ​ຢູ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານເຄຣີ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​ວ່າ, ຝ່າຍ​ຕ່າງໆ​ຈະ​ທໍາ​ຄວາມ​ພະຍາຍາມເພື່ອບັນລຸ"ສັນຍາເບື້ອງຕົ້ນ", ຫວັງ​ວ່າ​ອີຣານຈະ​ເຂົ້າ​ໃຈຄວາມ​ສໍາຄັນ​ຂອງ​ການ​ກະກຽ​​ມການ​ບັນລຸ​ສັນຍາ​ສະບັບ​ໜຶ່ງ​ທີ່​ມີ​ຈຸດ​ປະສົງ​ຄື​ຢັ້ງ​ຢືນ​ລັກສະນະ​ສັນຕິ​ພາບ​ຂອງ​​ແຜນການ​ນິວ​ເຄຼຍຂອງ​ຕົນຕໍ່​ໂລກ.

6 ປະ​ເທດ​ທີ່​ກ່ຽວຂ້ອງກັບບັນຫາ​ນິວ​ເຄຼຍອີຣານກໍາລັງ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ອີຣານຍຸດຕິ​​ໂຄງການນິວ​ເຄຼຍຈໍານວນ​ໜຶ່ງ​ເພື່ອ​​ໃຫ້​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຜ່ອນຄາຍ​ມາດ​ຕະການ​ລົງ​ໂທດ ​ແລ້ວ​ບັນລຸ​ສັນຍາ​ຮອບດ້ານ​ສະບັບ​ໜຶ່ງ​ໂດຍ​ຜ່ານ​ການ​​ເຈ​ລະ​ຈາ. ການ​ດໍ​ເຈລະຈາ​ລະຫວ່າງ​ສອງ​ຝ່າ​ຍທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ​​ແນວ​ໃນ​ວັນ​ທີ 7 ຫາ​ວັນ​ທີ 9 ພະຈິກ​ນີ້​ຍັງ​ບໍ່​ທັນ​ໄດ້​ບັນ​ລຸ​ສັນຍາ​ໃດໆ. ຝ່າຍ​ຕ່າງ​ໝ​ເຫັນ​ດີ​ຈະ​ສືບ​ຕໍ່​ຈັດການ​​ເຈລະຈາ​ໃນ​ວັນ​ທີ 20 ພະຈິກ​ນີ້ຕື່ມ​ອີກ.