ສື່ມວນຊົນອິນໂດເນເຊຍລາຍງານວ່າ ຈີນເພີ່ມທະວີຄວາມປອດ​ໄພຂອງປະເທດ​​ແມ່ນຖືກຕາມ​ສະພາບ​ຄວາມ​ເປັນ​ຈິງ

(GMT+08:00) 2013-11-19 16:13:49     cri

ວັນ​ທີ 19 ພະຈິກ​ນີ້, ໜັງສືພິມ​ກົວ​ຈີ້​ຢື້​ປ້າວ​ທີ່​ເປັນ​ສື່​ມວນ​ຊົນ​ພາສາ​ຈີນ​ໃຫຍ່​ທີ່ສຸດ​ຂອງອິນໂດເນເຊຍລາຍງານວ່າ, ກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​​ໄດ້​ຕົກລົງ​ສ້າງ​ຕັ້ງ​"ຄະນະ​ກໍາມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ" ແມ່ນຖືກຕາມ​ສະພາບ​ຄວາມ​ເປັນ​ຈິງ, ບໍ່​ມີ​ບ່ອນ​ໃດ​ສາມາດ​ຕໍານິ​ໄດ້.

ການ​ວິຈານ​ເຫັນ​ວ່າ, ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ແຫ່ງ​ຊາດ​​ແລະ​ປະຊາຊົນ, ຈີນ​ໄດ້​ສ້າງ​ຕັ້ງ"ຄະນະ​ກໍາມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ"ທີ່​ເປັນ​ອົງການ​ທີ່​ຫລາຍ​ປະ​ເທດ​ໃນ​ໂລກ​​ເຄີຍ​ມີ​ມາ​ກ່ອນແລ້ວ , ນີ້ເປັນ​ທ່າ​ອ່ຽງຂອງສາກົນ, ​ແຕ່​ວ່າການ​ໄປ​ຕາມທ່າ​ອ່ຽງສາກົນ​ຂອງ​ຈີນ​ໄດ້​ເຮັດ​​ໃຫ້​ສື່​ມວນ​ຊົນ​ຂອງປະ​ເທດຝ່າ​ຍຕາເວັນ​​ຕົກ​ເກີດ​ມີ​ຄວາມ​ຂຸນ​ເຄືອງ​ຂຶ້ນ​​ແລະ​ຖືເລື່ອງ​ນີ້​​ເປັນ​ສິ່ງປະຫລາດ​. ການ​ວິຈານ​ຊີ້​ອອກ​ວ່າ, ການ​ສ້າງ​ຕັ້ງ"ຄະນະ​ກໍາມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ"​ແມ່ນ​ເພື່ອ​ຄວາມ​ໝັ້ນຄົງ​ຂອງ​ສັງຄົມ​ຈີນ, ນີ້​ບໍ່​ພຽງ​​ແຕ່​ມີ​ຜົນ​ດີ​ຕໍ່​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ເຜົ່າ​ຕ່າງໆ​ຊອງ​ຈີນ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​​​​ຟິກ​ແລະ​ສັນຕິ​ພາບ​ຂອງ​​ໂລກ​ນໍາ​ອີກ.