ອິນ​ໂດ​ເນ​ເຊຍ​ເລັ່ງລັດ​ການ​ນໍາພາ​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າຮ່ວມ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ

(GMT+08:00) 2013-11-19 17:04:04     cri

​ເມື່ອ​ບໍ່ດົນ​ມາ​ນີ້, ລັດຖະບານອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ, ຈະ​ດໍາ​ເນີນ​ການ​ປະ​ຕິ​ຮູບ​ດ້ານ​​ແຜນກາ​ນການພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ພາກສ່ວນ​ລັດ​ວິ​ສາ​ຫະກິດແລະວິ​ສາ​ຫະກິດ​ເອກະ​ຊົນ ​ເຊິ່ງມີ​ຈຸດປະສົງ​ເພື່ອຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ຍົກ​ສູງ​ອັດຕາ​ເຂົ້າຮ່ວມ​ຂອງວິ​ສາ​ຫະກິດ​ເອກະ​ຊົນ​ໃນ​ກາ​ນພົວພັນ​ຮ່ວມ​ມື ​ແລະ​ພັດທະນາການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໂດຍ​ອີງ​ໃສ່​ການ​ຮ່ວມ​ມື​ລະຫວ່າງພາກສ່ວນລັດ​ວິ​ສາ​ຫະກິດແລະວິ​ສາ​ຫະກິດ​ເອກະ​ຊົນ.

ຫລາຍ​ປີ​ມາ​ນີ້, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບອິນ​ໂດ​ເນ​ເຊຍ. ​ໃນ​ເວລາ​ທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ຢ້ຽມຢາມອິນ​ໂດ​ເນ​ເຊຍ​ໃນ​​ເດືອນ​ຕຸລາປີ​ນີ້, ​ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້, ສ້າງ​ຈຸດ​ຂະຫຍາຍຕົວ​ໃໝ່ ​ແລະ​ສະໜັບສະໜູນ​ວ​ສາ​ຫະກິດ​ຈີ​ນ​ເຂົ້າຮ່ວມ​ການ​ກໍ່ສ້າງ​" 6 ແລວ​ທາງ​ເສດຖະກິດ​ໃຫຍ່​"ແລະ​ການ​ເຊື່ອມ​ຈອດ​ກັນ​ຢ່າງ​ຕັ້ງໜ້າ. ປັດຈຸບັນ​ນີ້, ​ໂຄງການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຂອງ​ຈີນ​ຢູ່ອິນ​ໂດ​ເນ​ເຊຍສ່ວນ​ຫລາຍ​ແມ່ນ​ການ​ຮັບ​ເໝົາ, ການ​ຮ່ວມ​ມື​ພາຍ​ໃນ​ຂອບ​ການ​ພົວພັນຄູ່​ຮ່ວມ​ມື​ລະຫວ່າງພາກສ່ວນລັດ​ວິ​ສາ​ຫະກິດແລະພາກສ່ວນເອກະ​ຊົນຍັງ​ບໍ່​ຫລາຍ.