ນັກວິທະຍາສາດໄດ້ເຮັດໃຫ້ສັດທີ່ເຖົ້າແກ່ທີ່ສຸດໃນໂລກຕາຍແລ້ວ

(GMT+08:00) 2013-11-19 18:16:00     cri

ເມື່ອບໍ່ດົນມານີ້, ນັກວິທະຍາສາດດ້ານການປ່ຽນແປງຂອງດິນຟ້າອາກາດ​ຂອງ​ມະຫາວິທະຍາ​ໄລ​ບານ​ກໍ​ຂອງ​ອານາ​ເຂດ​ເວສຂອງ​ອັງກິດ​ໄດ້​ເກັບ​ເອົາ​ ຫອຍຊະນິດ​ໜຶ່ງ​ທີ່​ຊື່ວ່າ"ໝິງ"ເພື່ອທໍາການຄົ້ນຄວ້າ, ຈາກການ​ຄົ້ນຄວ້າ​ຫລ້າ​ສຸດ​ພົບ​​ວ່າ, ອາຍຸ​ຕົວ​ຈິງ​ຂອງຫອຍ​ໂຕ​ນີ້​​ເຖົ້າ​ກວ່າ​ອາຍຸ​ທີ່ຄາດ​ຄະ​ເນໄວ້ 100 ກວ່າ​ປີ, ຄືອາຍຸສູງ​ເຖິງ 507 ປີ ​ເຊິ່ງ​ເປັນສັດ​ທີ່ເຖົ້າແກ່ທີ່ສຸດໃນໂລກ. ​ແຕ່​ສິ່ງ​ທີ່​​ໜ້າເສົ້າໃຈ​ແມ່ນ, ຫລັງ​ຈາກ​ນັກວິທະຍາສາດ​ງັດໂຕຫອຍອອກ​ມາແລ້ວ, ຫອຍ​ໂຕ​ນີ້​ກໍ​ຕາຍ​ທັນທີ.

ຍ້ອນ​ວ່າ​ຫອຍ​ໂຕ​ນີ້​ໄດ້​ຕາຍ​ແລ້ວ, ນັກວິທະຍາສາດ​ກໍ​​ເສຍ​ໂອກາດ​ທີ່ຈະ​ຊອກ​ຫາ​ຄວາມ​ລັບຂອງ​ການມີອາຍຸຍືນຂອງຫອຍໂຕນີ້.