ສະໜາມ​ບິນ​ກະ​ເຊັນ​​ໄດ້​​​​​ຟື້ນ​​ຟູ​ການ​ໃຫ້​ບໍລິການ ການ​ສໍາ​ຫລວດ​​ສະຖານ​ທີ່ເຮືອບິນຕົກ​ຍັງ​ບໍ່​ທັນ​ສໍາ​ເລັດ

(GMT+08:00) 2013-11-19 19:33:40     cri

ວັນ​ທີ 19 ພະຈິກ​ນີ້, ກະຊວງ​ສະພາບ​ສຸກ​ເສີນ​ຂອງ​ສາທາລະນະ​ລັດ​ທາ​ທາຣ໌ສະຖານ​ຂອງ​ລັດ​ເຊຍ​ຢືນ​ຢັນ​ວ່າ, ຖ້ຽວບິນ​ຂອງ​ສະໜາມບິນ​ທີ່​ຍຸດຕິ​ການ​ບໍລິການ​ຍ້ອນ​ເຫດການເຮືອບິນຕົກ​​ໄດ້​​ຟື້ນ​ຟູ​ການ​ໃຫ້​ບໍລິການ​ໃນ​ຕອນ​ຄໍ່າ​ວັນ​ທີ 18 ພະຈິກ​ນີ້. ການ​ແກ້​ໄຂບັນຫາ​ພາຍຫລັງ​ເກີດ​ເຫດ​ແລະ​ວຽກ​ງານ​ປອບໃຈ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິ​ດຍັງ​ສືບ​ຕໍ່​ດໍາ​ເນີນ​ຢູ່.

ວັນ​ທີ 18 ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່​ຂອງ​ພາກສ່ວນທີ່​ກ່ຽວຂ້ອງ​ໄດ້​ຊອກ​ເຫັນ​ເກັບ​ດໍາ​ຂອງ​ເຮືອບິນ​ລໍາ​ນີ້, ວັນ​ທີ 19 ພະຈິກ​ນີ້, ​ເຂົາ​ເຈົ້າຍັງ​ດໍາ​ເນີນ​ການ​ສໍາ​ຫລວດ​ຢູ່​ສະຖານ​ທີ່​ເກີດ​ອຸບັດ​ເຫດ. ຝ່າຍ​ລັດ​ເຊຍ​ຍັງ​ຈະ​​ເຊື້ອ​ເຊີນ​ຜູ້​ຊ່ຽວຊານ​ຂອງ​ບໍລິສັດ​​ໂບອີງ​ມາ​ເຂົ້າຮ່ວມ​ວຽກ​ງານ​ສໍາ​ຫລວດ​ສາ​ເຫດ​ຂອງ​ອຸບັດ​ເຫດ​ຄັ້ງນີ້. ນອກ​ນີ້, ວຽກ​ງານ​ຊັນນະສູດ​ສົບຂອງ​ຜູ້​ເສຍ​ຊີວິດ​​ໄດ້ດໍາ​ເນີນ​ຢ່າງ​ຮອບດ້ານ.