ກະຊວງ​ການ​ຕ່າງປະ​ເທດຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ບັນ​ຫາ​ນິວ​ເຄຼຍຂອງ​ອີຣານຈະ​ເອົາ​​ໃຈ​ໃສ່​ຄວາມ​ເປັນ​ຫ່ວງ​ເຊິ່ງກັນ​ແລະ​ກັນ, ຍາດ​ແຍ່ງ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ

(GMT+08:00) 2013-11-19 19:35:03     cri

ວັນ​ທີ 19 ພະຈິກ​ນີ້, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເປີດ​ເຜີຍ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ​ວ່າ, ທ່ານ​ຫລີປາວ​ຕົ່ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ນໍາພາ​ຄະນະ​ໄປເຂົ້າຮ່ວມ​ການ​ເຈລະຈາ​ຮອບ​ໃໝ່​ລະຫວ່າງ 6 ປະ​ເທດ​ບັນຫານິວ​ເຄຼຍຂອງ​ອີຣານ​ກັບ​ອີຣານ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ເອົາ​​ໃຈ​ໃສ່​ຄວາມ​ເປັນ​ຫ່ວງ​ເຊິ່ງກັນ​ແລະກັນ​, ສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ​ແລະ​​ແກ້​ໄຂສິ່ງ​ທີ່​ຕ່າງ​ກັນ ເພື່ອ​​​ໃຫ້ໄດ້ຮັບ​ຄວາມ​ຄືບ​ໜ້າ, ​ເຮັດ​ໃຫ້​ສະຖານະ​ການ​ດ້ານນິວ​ເຄຼຍຂອງ​ອີຣານມີ​ຄວາມ​ໝັ້ນທ່ຽງ ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫານິວ​ເຄຼຍຂອງ​ອີຣານຢ່າງຮອບດ້ານ, ຍາວ​ນານ​ແລະ​ເໝາະ​ສົມ.

ຂ່າວ​ແຈ້ງວ່າ, 6 ປະ​ເທດ​ບັນຫານິວ​ເຄຼຍຂອງ​ອີຣານ​ກັບ​ອີຣານ​​ໄດ້​ຕົກລົງ​ກັນຈະ​ຈັດການ​​ເຈລະຈາ​ຮອບ​ໃໝ່ຢູ່ນະຄອນ​ເຊີ​​ແນວ​ຂອງ​ສະ​ວິສໃນ​ວັນ​ທີ 20 ຫາ​ວັນທີ 21 ພະຈິກ​ນີ້.