ທ່ານ​ນາ​ດານ​ຈະ​ໄດ້​ເປັນ​ອັນ​ດັບ​ທີ​ໜຶ່ງ​ຂອງ ATP ຢ່າງ​ແນ່ນອນ

(GMT+08:00) 2013-11-19 19:41:45     cri
ວັນ​ທີ 17 ພະຈິກ​ນີ້, ຫລັງ​ຈາກ​ທີ​ມ​ເທັນ​ນິສຂອງເຊັກ​ໄດ້​ເອົາ​ຊະນະ​ຄະນະ​ແຊັກ​ບີ​ດ້ວຍ​ຄະ​ແນນ 3:2 ​ແລະ​ໄດ້​ຮັກ​ສາ​ຂັນ​​ເດ​ວິສ​ໄວ້​ແລ້ວ, ທ່ານຣາ​ແຟນ ນາ​ດານທີ່​ເປັນນັກ​ກິລາຂອງ​ແອ​ສປາຍ​ກໍໄດ້​ເປັນອັນ​ດັບ​ທີ​ໜຶ່ງ​ຂອງ ATP ​ໃນ​ປີ​ນີ້​ດ້ວຍ 13030 ຄະ​ແນນ. ​ເຖິງ​ແມ່ນ​ວ່າທ່ານ​ໂນ​ວັກ ​ໂຈ​ໂຈ​ວິກ ທີ່​ເປັນ​ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງ​ແຊັກ​ບີ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ດ່ຽວ​ສອງ​ຮອບ​​ໃນ​ການ​ແຂ່ງຂັນ​ຂັນ​ດາ​ວິສ, ​ແຕ່ກໍໄດ້​ອັນ​ດັບ​ທີ 2 ດ້ວຍ​12260 ​ຄະ​ແນນ​ໃນ​ທີ່​ສຸດ.