ໃນ 10 ເດືອນຕົ້ນປີນີ້ການລົງທຶນຂອງຈີນຕໍ່ອາຊຽນເພີ່ມຂຶ້ນ 25%

(GMT+08:00) 2013-11-20 14:25:23     cri
ວັນທີ 19 ພະຈິກນີ້, ກະຊວງການຄ້າຈີນເປີດເຜີຍຕົວເລກວ່າ, ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ນັກ​ລົງທຶນ​ພາຍ​ໃນ​ຂອງ​ຈີນ​ທັງ​ໝົດໄດ້​ດຳ​ເນີນ​ການ​ລົງທຶນ​ໂດຍ​ກົງ​ຕໍ່​ວິ​ສາ​ຫະກິດ​ຢູ່​ຕ່າງປະ​ເທດ​ 4173 ແຫ່ງຂອງ 156 ປະ​ເທດ​ແລະ​ເຂດ​ແຄ້ວ​ນ, ລວມທັງ​ໝົດ​ແລ້ວ​​ໄດ້​ບັນລຸ​ການ​ລົງທຶນ​ໂດຍ​ກົງ​ທີ່​ບໍ່​​ເປັນປະ​ເພດ​ການທະນາຄານ 69 ຕື້ 5 ຮ້ອຍ​ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 20% ຖ້າ​ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້.

​ເມື່ອ​ເບິ່ງ​ຈາກ​ບ່ອນ​ລົງທຶນ, ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ​ການ​ລົງທຶນຈາກ​ແຜ່ນດິນ​ໃຫຍ່​ຈີນຕໍ່ 7 ​ອົງ​ກອນ​ເສດ​ຖະກິດ​ຕົ້ນຕໍ, ​ຄື: ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງຈີນ, ອາ​ຊຽນສະຫະພາບ​ເອີຣົບ, ອົສຕຼາລີ, ອາ​ເມ​ລິ​ກາ, ຣັດ​ເຊຍ​ແລະຍີ່ປຸ່ນ​ໄດ້​ບັນລຸ 48 ຕື້ 9 ຮ້ອຍ​ລ້ານ​ໂດ​ລາ, ​ໄດ້​ກວມ 70% ຂອງ​ຍອດ​ມູນ​ຄ່າ​ການ​ລົງທຶນ​ຕໍ່​ຕ່າງປະ​ເທດ​ໃນ​ໄລຍະ​ດຽວ​ກັນ,  ​​ເຊິ່ງໃນ​ນັ້ນການ​ລົງທຶນ​ຕໍ່ອາ​ຊຽນໄດ້​ບັນລຸ​ການ​ເຕີບ​ໂຕ​ 25% ​ເຊິ່ງເປັນຈັງ​ຫວະ​ການ​ເຕີບ​ໂຕ​ໄວ​ສົມຄວນ​.

ເມື່ອເບິ່ງ​ຈາກ​ຂົງ​ເຂດ​ການ​ລົງທຶນ, ມີ​ການ​ລົງທຶນ​ເກືອ​ບ 90% ​ຖືກ​ໃຊ້​​ເຂົ້າ​ໃນ 5 ຂະ​ແໜງ​ການ​ໃຫຍ່, ຄື: ອຸດສາຫະກຳການ​ບໍລິການ​ການ​ຄ້າ, ອຸດສາຫະກຳ​ການ​ຂຸດ​ຄົ້ນ​ບໍ່​​ແຮ່, ອຸດສາຫະກຳການ​ຂາຍຍົກ​ແລະຂາຍຍ່ອຍ, ອຸດສາຫະກຳ​ການ​ຜະລິດ​ແລະອຸດສາຫະກຳ​ການ​ກໍ່ສ້າງ.