ຜູ້ຕາງໜ້າ 11 ປະ​ເທດ​ອາຊີ​ເຕົ້າ​ໂຮມ​ກັນຢູ່​ນະຄອນ​ຄຸນ​ໝິງຈີນ ​ເພື່ອຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ກົມກຽວ​ກັນ​ດ້ານ​ວັດທະນະທຳ​ສີ​ລະ​ປະ

(GMT+08:00) 2013-11-20 14:27:45     cri
ຕາມ​ຂ່າວCRI: ວັນ​ທີ 19 ພະຈິກ​ນີ້, "​ເວທີ​ປຶ​ກສາ​ຫາລື​ວັດທະນະທຳ​ອາຊີ​ຄັ້ງ​ທີ 2" ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຄຸນ​ໝິງຂອງ​ຈີນ, ຜູ້ຕາງໜ້າ​​ທີ່​ມາ​ຈາກ 11 ປະ​ເທດ​ອາ​ຊຽນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ "ວັດທະນະທຳ​ສີ​ລະ​ປະ​ອາຊີ: ກາ​ນພັດທະນາ​ຢ່າງ​ກົມກຽວ​ກັນ​ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ມີ​ລັກສະນະ​ຫຼາກ​ຫຼາຍ​ສີສັນ".

​ໃນ​ເວທີ​ປຶ​ກສາ​ຫາລື​ຄັ້ງ​ນີ້, ມີ​ນັກ​ຊ່ຽວຊານ 60 ກວ່າ​ຄົນ​ທີ່​ມາ​ຈາກລາວ, ຈີນ, ສິງກະ​ໂປ, ກຳປູ​ເຈຍອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ, ຟີ​ລິບ​ປິນທັງ​ມົດ 11 ປະ​ເທດ​ໄດ້​​ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ "ການ​ພັດທະນາ​ດ້ານ​ວັດທະນະທຳ​ສີ​ລະ​ປະໃນ​ຍຸກປະຈຸ​ບັນ​ນີ້​ຂອງ​ອາຊີ", "ການ​ອະນຸລັກ​ມໍລະດົກວັດທະນະທຳທີ່​ບໍ່​ເປັນ​ວັດຖຸຂອງ​ອາຊີ​ແລະ​ລັກສະນະ​ຫຼາກ​ຫຼາຍ​ສີສັນ​ດ້ານ​ວັດທະນະທຳ​ຂອງ​ໂລກ"​ ​ແລະ​ຫົວ​ຂໍ້​ປຶກສາ​ຫາລື​ອື່ນໆ, ​ແລະ​ໄດ້​ປຶກສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ການ​ຮ່ວມ​ມືຢ່າງ​ລະອຽດ​ຂອງ​ການ​ສ້າງ​ຕັ້ງ​​ເວ​ທີ​ຮ່ວມ​ມື​ວິຊາ​ການ​ຂອງ​ອົງການ​ຄົ້ນຄວ້າ​ວັດທະນະທຳ​ສີ​ລະ​ປະ​ອາຊີ. "​ເວທີ​ປຶກສາ​ຫາລື​ວັດທະນະທຳ​ອາຊີ​ຄັ້ງ​ທີ 2" ​ແມ່ນໜຶ່ງ​ໃນກິດຈະ​ກຳຕົ້ນຕໍ​ຕ່າງໆ​ທີ່​ສຳຄັນ​ຂອງ​ງານ​ສີ​ລະ​ປະ​ອາຊີ​ຄັ້ງ​ທີ 13.