ເກີດ​ເຫດ​ລະ​ເບີດ​ຢູ່ຮ້ານກາ​​ເຟ​ແຫ່ງໜຶ່ງ​​ໃນນະຄອນຫຼວງ​ຮ່າ​ໂນ້ຍຂອງຫວຽດນາມ​​ເຮັດ​ໃຫ້​ມີ 6 ຄົນ​ເສຍຊີວິດ

(GMT+08:00) 2013-11-20 14:29:18     cri
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 19 ພະຈິກ​ນີ້, ​ໄດ້​ເກີດ​ລະ​ເບີດ​ແລະ​ໄຟ​ໄໝ້​ຢູ່ຮ້ານ​ກາ​​ເຟ​ແຫ່ງ​ໜຶ່ງ​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ, ​ເຮັດ​ໃຫ້​ມີ 6 ຄົນ​ເສຍ​ຊີວິດ, ຫຼາຍ​ຄົນ​ບາດ​ເຈັບ. ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 19 ພະ​ຈິກ​ນີ້, ​ໄຟ​​ໄດ້​ຖືກ​ດັບມອດ, ສິ່ງ​ກໍ່ສ້າງ​ໃກ້​ຄຽງ​ບໍ່​ໄດ້​ຮັບຄວາມ​ເສຍ​ຫາຍ.

ຮ້ານ​ກາ​​ເຟທີ່​ເກີດ​ເຫດການ​ລະ​ເບີດ​ແຕກ​ຕັ້ງ​ຢູ່​ເຂດ​ພັກ​ພ່ອນ​ເຂດ​ໜຶ່ງ​ທີ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ, ຢູ່​ບໍລິ​ເວນດັ່ງກ່າວ​ມີ​ຮ້າຍ​ກາ​​ເຟ​ແລະ​ຮ້ານ​​ເທັກ​ແລະ​ບາ​ຢ່າງ​ຫຼວງ​ຫຼາຍ, ​​ແລະໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຊາວ​ໜຸ່ມ​ຫຼາຍ.