ທ່ານບາຣັກ​ ໂອ​ບາ​ມາກ່າ​ວວ່າ​ມີຄວາມ​ຮັບຜິດຊອບ​​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດ້ວຍ​ການ​ເຈລະຈາ

(GMT+08:00) 2013-11-20 14:30:39     cri
ຕາມ​ຂ່າວCRI: ວັນ​ທີ 19 ພະຈິກ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຮຽກຮ້ອງ​ໃຫ້​ວຸດ​ທິສະພາ​ສູງ​​ເລື່ອນ​ເວລາປະກາດ​ໃຊ້​ມາດ​ຕະການ​ລົງ​ໂທດຕໍ່​ອີຣານ​ຮອບໃໝ່, ທ່ານກ່າວ​ເນັ້ນ​ວ່າ​ກ່ອນ​ການ​ນຳ​ໃຊ້​ວິທີ​ທາງ​ການ​ທະຫານ​ແລະວິທີ​ອື່ນໆ​ທ່ານ​ມີ​ຄວາມ​ຮັບຜິດຊອບ​​ໃນ​ການສະ​ແຫວ​ງຫາ​ການ​ເຈລະຈາ​ທາງ​ການ​ຕ່າງປະ​ເທດ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ.

ທ່ານ​​ແຈ ຄາ​ນີ, ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ທ່ານ​ບາຣັກ ​ໂອ​ບາ​ມາດ​ກ່າວ​ຢ່າງ​ຈະ​ແຈ້ງວ່າ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ານນິວ​ເຄຼຍອີຣານ​ໂດຍ​ສັນຕິ "ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຂອງ​ອາ​ເມ​ລິກາຢ່າງ​ສິ້ນ​ເຊີງ."

​ ໂດຍ​ແນ​ໃສ່​ບັນ​ຫາ​ການ​ຫຼຸດຜ່ອນ​ການ​ລົງ​ໂທດ​ທີ່ອິສຣາ​ແອນ​ແລະ​ສະມາຊິກ​ລັດຖະສະພາ​​​ອາ​ເມ​ລິ​ກາ​ເປັນ​ຫວ່ງນຳ, ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ, ມາດ​ຕະການ​ຫຼຸດຜ່ອນ​ການ​ລົງ​ໂທດ​ທີ່​ກຽມ​ຈະປະກາດ​ໃຊ້ຈະ​ມີ "ຄວາມ​ຈຳກັດ", ​ແມ່ນມາດ​ຕະການທີ່ "​ເປັນ​ການ​ຊົ່ວຄາວ" ​ແລະ "ສາມາດ​ປ່ຽນ​ແປງ​ໄດ້", ​ແລະ​ຄວາມ​ເວົ້າທີ່​ວ່າມູນຄ່າ​ການ​ລົງ​ໂທດດ້ານ​ການຜ່ອນຄາຍ​ຈະ​ບັນລຸ 40 ຕື້ ຫາ 50 ຕື້​ໂດ​ລານັ້ນ​ແມ່ນ "ບໍ່​ຖືກຕ້ອງ" .