ອົງການ​FAO​ຂອງ​ສະຫະ​ປະຊາ​ຊາດກ່າວ​ວ່າ​ພາຍ​ຍຸ​ໃຕ້​ຝຸ່ນ "​ໄຮ​ຢ້ຽນ" ມີ​ຜົນ​ກະທົບ​ຮຸນ​ແຮງ​ຕໍ່​ການຜະລິດເຂົ້ານາ

(GMT+08:00) 2013-11-20 14:31:43     cri
ຕາມ​ຂ່າວCRI: ວັນ​ທີ 19 ພະຈິກ​ນີ້, ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ ຫຼື ຟາ​ວ(FAO) ປະກາດ​ຄຳ​ເຕືອນ​ວ່າ, ພາຍຸ​ໃຕ້​ຝຸ່ນ"​ໄຮ​ຢ້ຽນ"​ໄດ້​ມີ​ຜົນ​ສະທ້ອນ​ຢ່າ​ງຮຸນ​ແຮງ​ຕໍ່​ເຂດ​ປູກເຂົ້ານາ​ຂອງ​ຟີ​ລິບ​ປິນ, ຄວນ​ສະໜອງ​​ແນວ​ພັນ, ຝຸ່ນ​ເຄມີ​ແລະ​ວັດ​ຖຸທີ່ມີ​ຄວາມ​ຈຳ​ເປັນ​ໃຫ້​ເຂດ​ປະສົບ​ໄພ​ຢ່າງ​ຮີບ​ດ່ວນ, ຖ້າບໍ່​ດັ່ງ​ນັ້ນ​ການ​ຜະລິດ​ເຂົ້ານາ​ລະດູ​ທີ 2 ຢູ່ເຂດ​ປະສົບ​ໄພ​​ໃນ​ປີ 2013 ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮຸນ​ແຮງ.

ຕາມ​ການ​ປະ​ເມີນ​ຂອງອົງການ​ຟາ​ວ, ປະລິມານ​ການ​ຜະລິດ​ເຂົ້ານາ​ຢູ່ 5 ​ເຂດທີ່​ປະສົບ​ໄພ​ຮຸນ​ແຮງ​ທີ່​ສຸດ​ຂອງ​ຟີ​ລິບ​ປິນຈະ​ຫຼຸດ​ລົງ​ປະມານ 9​ ແສນໂຕນ, ​ເທົ່າ​ກັບ​ໜຶ່ງ​ສ່ວນ​ສາມ​ຂອງ​ຍອດ​ປະລິມານ​ການ​ຜະລິດ​ເຂົ້ານາ​ຂອງເຂດ​ປະ​ສົບ​ໄພ 5 ​ເຂດດັ່ງກ່າວໃນ​ປີ 2012.