ກະຊວງປ້ອງ​ກັນປະ​ເທດ​ຈີນ: ອາ​ເມ​ລິ​ກາ​ບໍ່​ຄວນ​ເລືອກ​ຝ່າຍ​ໃນ​ບັນຫາ​ອະທິປະ​ໄຕ​ຂອງ​​ເກາະ​ຕ້ຽວ​ອີຢ່າງ​ແທ້​ຈິງ

(GMT+08:00) 2013-11-25 15:45:13     cri
ພາຍຫຼັງ​ລັດຖະບານ​ຈີນ​ປະກາດ​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໃນ​ວັນ​ທີ 23 ພະຈິກ​ນີ້​ແລ້ວ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​​ເປັນ​ຫ່ວງຕໍ່​ເລື່ອງ​ນີ້. ກ່ຽວ​ກັບ​ເລື່ອງ​ນີ້, ວັນ​ທີ 25 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຢ໋າງອີ​ຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ບໍ່​ຄວນ​ເລືອກ​ຝ່າຍ​ຢ່າງ​ເດັດຂາດ​ໃນ​ບັນຫາ​ອະທິປະ​ໄຕ​ຂອງ​​ເກາະ​ຕ້ຽວ​ອີຢ່າງ​ແທ້​ຈິງ, ບໍ່​ຄວນ​ມີ​ຄວາມ​ເວົ້າ​ທີ່​ບໍ່​ຖືກຕ້ອງ​ອີກ, ​ແລະບໍ່​ຄວນ​ປ່ອຍ​ສັນຍານອັນ​ຜິດ​ພາດ​ທີ່​ອາດ​ຈະ​ພາ​ໃຫ້​ຍີ່ປຸ່ນ​ມີ​​ແນວ​ຄິດ​ແບບພະ​ຈົນ​ໄພ.

ທ່ານ​ຢ໋າງອີ​ຈຸ່ນ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແລະ​ເກາະຕ່າງໆ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ. ຈີນ​ປກປ້ອງ​ອະທິປະ​ໄຕ​ທາງ​ດິນ​ແດນ​ຕໍ່​ເກາະ​ຕ້ຽວ​ອີຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ. ການ​ກະທຳ​ທີ່​ຜິດພາດ​ຂອງ​ຍີ່ປຸ່ນ​​ໄດ້ພາ​ໃຫ້​ເກາະ​ຕ້ຽວ​ອີ​ມີ​ສະຖານະ​ການ​ທີ່ເຄັ່ງ​ຕຶງ​ໃນ​ປັດຈຸບັນ. ຈີນ​ທວງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ເຄົາລົບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ຈີນ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ຢຸດຕິ​ການມີ​ຄວາມ​ເວົ້າ​ທີ່​ບໍ່​ຖືກຕ້ອງ​ຕໍ່​ຈີນທີ່​ໄດ້​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ, ​ເຊິ່ງ​ເປັນ​ການ​ກະທຳ​ທີ່​ຊອບ​ທຳ, ທຳ​ຄວາມ​ພະຍາຍາມ​ຢ່າງ​ແທ້​ຈິງ​ເພື່ອ​ສັນຕິພ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.