"ເວລາຫວະ?" ຄວາມຮັກຖາມວ່າ: "ເປັນຫຍັງເພິ່ນຍິນດີຊ່ອຍເຫຼືອນ້ອງ?"
ຄວາມຮູ້ຕອບວ່າ: ເພາະວ່າ ມີແຕ່ເວລາຈຶ່ງເຂົ້າໃຈຄວາມຍິ່ງໃຫຍ່ຂອງຄວາມຮັກໄດ້……
ກໍ່ຄືດັ່ງທີ່ເວົ້າໃນນິທານເລື່ອງນີ້, ສິ່ງທີ່ສາມາດຮັບເອົາຄວາມຮັກໄດ້ນັ້ນ, ບໍ່ແມ່ນ "ຄວາມຮັ່ງມີ" ຫຼື "ຄວາມງາມ", "ຄວາມຫຼູຫຼາ" ທີ່ສາມາດຕົບແຕ່ງປະດັບປະດາໃຫ້ຄວາມຮັກງົດງາມຈົນເຫຼື້ອມໃສ, ກໍ່ບໍ່ແມ່ນ "ຄວາມໂສກເສົ້າ" ທີ່ເຮັດໃຫ້ຄວາມຮັກປະກົດວ່າໂລແມນຕິກ, ແລະກໍ່ບໍ່ແມ່ນ "ຄວາມມ່ວນຊື່ນ" ທີ່ສາມາດເສີມບັນຍາກາດໃຫ້ຄວາມຮັກມ່ວນຊື່ນຊົ່ວຄາວ, ສິ່ງທີ່ສາມາດຮັບເອົາແລະທົດສອບຄວາມຮັກໄດ້ນັ້ນ, ມີແຕ່ເວລາ.
ແມ່ນແທ້, ຄວາມຮັ່ງມີແລະຄວາມຫຼູຫຼາມີໜ້າມີຕາ, ສາມາດສ້າງຄວາມຮຸ່ງເຮືອງດ້ານນອກ, ມັນອາດຈະເຮັດໃຫ້ຜູ້ອື່ນສະອອນນຳ. ແຕ່ເມື່ອດົນແລ້ວ,ຄວາມຮຸ່ງເຮືອງດ້ານນອກອາດຈະເຮັດໃຫ້ຕົນເອງຮູ້ສຶກມີແຕ່ຄວາມເປົ່າປ່ຽວທີ່ບໍ່ຮູ້ສາເຫດ. ອັນນີ້ກໍ່ຄືກັບການໃສ່ເກີບ, ເບິ່ງຮູບນອກ, ບໍ່ວ່າເກີບເຮົາງາມສ່ຳໃດ, ລາຄາແພງເທົ່າໃດ, ຜູ້ອື່ນອິດສາເຮົາຫຼາຍປານໃດກໍ່ຕາມ, ເກີບຄູ່ນີ້ໃສ່ສະບາຍຫຼືບໍ່, ມີແຕ່ເຮົາເອງທີ່ຮູ້.
ແຕ່ອັນນີ້ກໍບໍ່ໝາຍຄວາມວ່າ ມີແຕ່ຄວາມຮັກທີ່ຮັກສາໄດ້ດົນນານ ຈຶ່ງແມ່ນຄວາມຮັກທີ່ຍິ່ງໃຫຍ່, ຂໍແຕ່ວ່າແມ່ນຄວາມຮັກອັນຈິງໃຈ, ເວລາເຖິງຈະສັ້ນເທົ່າໃດ, ໃນໃຈຂອງພວກເຮົາ, ມັນກໍ່ຍືນຍົງໄດ້ຄືກັນ. ຄວາມຮັກອັນແທ້ຈິງນັ້ນ, ເມື່ອໄດ້ຜ່ານຄວາມຖືກຄວາມຜິດ, ຄວາມຮັກຄວາມຊັງ, ຄວາມມ່ວນຄວາມເສົາໂສກເປັນເວລາຫຼາຍປີແລ້ວ, ຍິ່ງຈະປະກົດວ່າໃໝ່ອ່ຽມ. ໃນຊີວິດຫຼາຍສິບປີຂອງຄົນເຮົາ, ຈະໄດ້ພົບຄົນທີ່ບໍ່ປ່ຽນໃຈແລະຄວາມຮັກທີ່ແທ້ຈິງນັ້ນບໍ່ຫຼາຍປານໃດ, ຖ້າວ່າທ່ານໂຊກດີ, ໄດ້ພົບແລ້ວ, ກໍ່ຂໍໃຫ້ທ່ານຖະໜອມຫວງແຫນຄົນຜູ້ນັ້ນແລະຄວາມຮັກເຫຼົ່ານັ້ນ, ເພາະມັນເປັນຂອງຂວັນລ້ຳຄ່າທີ່ສຸດທີ່ຊີວິດມອບໃຫ້ທ່ານ.
1 2 3