ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ບໍ່ແມ່ນລະຫວ່າງເຮົາກັບຄົນທີ່ຈາກໄປແລ້ວ, ຫາກແມ່ນຂ້ອຍຢືນຢູ່ຕໍ່ໜ້າເຈົ້າ, ເຈົ້າພັດບໍ່ຮູ້ຂ້ອຍຮັກເຈົ້າ.
ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ບໍ່ແມ່ນຂ້ອຍຢືນຢູ່ຕໍ່ໜ້າເຈົ້າ, ເຈົ້າພັດບໍ່ຮູ້ຂ້ອຍຮັກເຈົ້າ. ຫາກແມ່ນພວກເຮົາຮູ້ວ່າເຮົາຮັກກັນ, ພັດຢູ່ນຳກັນບໍ່ໄດ້.
ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ບໍ່ແມ່ນພວກເຮົາຮູ້ວ່າເຮົາຮັກກັນ, ພັດຢູ່ນຳກັນບໍ່ໄດ້. ຫາກແມ່ນເຮົາອົດຄວາມຄຶດຮອດຕໍ່ກັນບໍ່ໄດ້, ພັດຍັງທຳທ່າວ່າ ຕົວເອງບໍ່ໃສ່ໃຈ.
ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ບໍ່ແມ່ນເຮົາອົດຄວາມຄຶດຮອດຕໍ່ກັນບໍ່ໄດ້, ພັດຍັງທຳທ່າວ່າ ຕົວເອງບໍ່ໃສ່ໃຈ. ຫາກແມ່ນຄວາມໂຫດຫ້ຽມໃນໃຈເຮົາ ສ້າງຮ່ອງທີ່ຄົນຮັກເຮົາຂ້າມບໍ່ໄດ້.
ໃນໂລກນີ້, ຍັງມີຄວາມຫ່າງເຫີນທີ່ໄກກວ່ານັ້ນອີກ, ນັ້ນກໍ່ຄື, ຂ້ອຍຈັບມືເຈົ້າ, ຢູ່ໃນໃຈພັດຄຶດຫາຄົນອື່ນ, ຂ້ອຍທຳທ່າຮັກເຈົ້າ, ເຈົ້າພັດເຫັນວ່າ ຂ້ອຍຮັກເຈົ້າແທ້.
ສິ່ງທີ່ເຮົາເຫັນກັບຕາ ບໍ່ແມ່ນຈະເປັນຄວາມຈິງແນ່ນອນ, ຕ້ອງໃຊ້ໃຈໄປສຳຜັດເອົາ, ຈຶ່ງສາມາດຊອກເຫັນຄວາມຈິງໄດ້.
ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ບໍ່ແມ່ນຄົນລະຟາກຟ້າ, ຫາກແມ່ນຂ້ອຍໄດ້ເວົ້າມາຫຼາຍແລ້ວ, ແຕ່ເຈົ້າພັດຍັງບໍ່ເຂົ້າໃຈ.
ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ບໍ່ແມ່ນຂ້ອຍໄດ້ເວົ້າມາຫຼາຍແລ້ວ, ແຕ່ເຈົ້າພັດຍັງບໍ່ເຂົ້າໃຈ. ຫາກແມ່ນຂ້ອຍຮັກເຈົ້າ, ແຕ່ພັດບອກເຈົ້າບໍ່ໄດ້, ແລະເຈົ້າກໍ່ບໍ່ສົນຂ້ອຍ.
ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ແມ່ນສອງຄົນຮັກກັນ, ແຕ່ພັດພົບກັນບໍ່ຖືກຍາມ, ຈຶ່ງຢູ່ນຳກັນບໍ່ໄດ້. ຄວາມຫ່າງເຫີນທີ່ໄກທີ່ສຸດໃນໂລກນີ້, ແມ່ນຮອດເວລາເຈົ້າຢາກຖະໜອມຫວງແຫນຂ້ອຍ, ແຕ່ຂ້ອຍພັດບໍ່ໄດ້ຢູ່ນຳກັນກັບເຈົ້າແລ້ວ…