ລະດູໃບໄມ້ປົ່ງແມ່ນລະດູການແຫ່ງການປູກຝັງ, ບໍ່ຮູ້ວ່າ, ທ່ານເຄີຍສັງເກດວິທີການດຳນາຂອງຊາວນາບໍ່? ເຂົາເຈົ້າຢືນຈ່າງຈະ, ກົ້ມຫົວລົງ, ມືເບື້ອງຊ້າຍຖືມັດກ້າ ມືເບື້ອງຂວາຈັບກ້າແຕ່ລະສຸມປັກດຳໃສ່ດິນນາທີ່ໄຖເລິກຄາດລະອຽດ ແລ້ວໃຫ້ຫ່າງກັນພໍດ້າມພໍດີ,ດຳແຖວໜຶ່ງແລ້ວ, ກໍ່ຖອຍຫຼັງບາດໜຶ່ງ, ເພື່ອດຳແຖວໃໝ່ຕໍ່ດ້ວຍຄວາມລະມັດລະວັງ. ໃນການອອກແຮງງານຫຼາຍໆຢ່າງນັ້ນ, ມີແຕ່ການດຳນາທໍ່ນັ້ນ, ຕ້ອງດຳເນີນໄປດ້ວຍການຖອຍຫລັງ, ດ້ວຍການຖອຍຫຼັງນີ້, ຈຶ່ງສາມາດດໍາຕົ້ນກ້າໃຫ້ລຽນກັນເປັນແຖວຊື່ໄດ້.
ໃນຍາມດຳນາ, ເມື່ອຫຼັງສູ່ຟ້າໜ້າສູ່ດິນ
ກົ້ມຫົວລົງເບິ່ງນ້ຳ ຈິ່ງເຫັນທ້ອງຟ້າທີ່ກວ້າງໃຫຍ່
ເຫັນທາງທີ່ສະຫວ່າງສະໄຫວ ໃຫ້ກ້າວໄປ ເປັນຖັນແຖວ
ຖອຍຫລັງແລ້ວ ຈິ່ງຮູ້ວ່າຕົນມຸ່ງຫນ້າເດີນ, ທ່ານເອີຍ!
ນີ້ແມ່ນກະວີສາສະໜາພຸດບົດໜຶ່ງທີ່ເອົາການດຳນາໃນຊີວິດຕົວຈິງມາປຽບທຽບການດຳນາຢູ່ໃນໃຈ, ມີແຕ່ຜູ້ດຳນາຢູ່ໃນໃຈທໍ່ນັ້ນ ຈິ່ງເຫັນທ້ອງຟ້າທີ່ກວ້າງໃຫຍ່ໄພສານຈາກນ້ຳໄດ້ແລະກໍມີແຕ່ຜູ່ທີ່ເບິ່ງໃຈຕົນເອງຄືກັບຊາວນາດຳນາທໍ່ນັ້ນ, ຈິ່ງສາມາດເຂົ້າໃຈໄດ້ວ່າ ການຖອຍຫລັງທີ່ຈິງເປັນການມຸ່ງໜ້າກ້າວເດີນ.
ບັນດາປະເທດທີ່ເຊື່ອຖືສາສະໜາພຸດນິກາຍຫິນະຍານ, ເຊັ່ນປະເທດລາວເປັນຕົ້ນ, ໃນເວລາພະສົງສຳມະເນນຈະອອກຈາກສິມ, ລ້ວນແຕ່ຕ້ອງກົ້ມຫົວຍ່າງຖອຍຫລັງອອກຈາກປະຕູສິມທັງນັ້ນ, ເພື່ອສະແດງຄວາມຄາລະວະຕໍ່ພະສຳມາສຳພຸດທະເຈົ້າ, ສ່ວນກິລິຍາທ່າທາງຂອງຊາວນາຍ່າງຖອຍຫລັງໃນເວລາດຳນານັ້ນ ກໍຄ້າຍຄືກັນທີ່ສຸດກັບພະສົງສຳມະເນນໃນຍາມຍ່າງອອກຈາກສິມ.
"ຖອຍກ້າວໜຶ່ງກໍ່ຈະເຫັນຟ້າກວ້າງໃຫຍ່ໄພສານ" ແມ່ນຄະຕິເຕືອນໃຈຄຳໜຶ່ງຂອງຈີນ. "ມຸ່ງໜ້າກ້າວເດີນ" ກັບ "ຖອຍຫລັງ" ບໍ່ແມ່ນຄຳຄູ່ເດັດຖານ,ໃນເວລາສະແຫວງຫາອຸດົມຄະຕິນັ້ນ, ຖ້າສູນເສຍຄຸນສົມບັດແລະສິນທຳປະຈຳໃຈເພື່ອບັນລຸເປົ້າໝາຍຂອງຕົນແລ້ວ, ການມຸ່ງໜ້າກ້າວເດີນກໍເໝືອນກັບຖອຍຫລັງຄືກັນ. ກົງກັນຂ້າມ, ໃນເວລາປະສົບຄວາມຫຼົ້ມເຫຼວ, ຖ້າສາມາດທົບທວນຄືນມາຈຳແນກວິເຄາະ, ປັບປຸງຂໍ້ບົກຜ່ອງເຫຼົ່ານັ້ນແລ້ວ, ເຖິງວ່າຈະຖອຍຫລັງກໍເປັນການມຸ່ງໜ້າກ້າວເດີນຄືກັນ.
ໃນສະໄຫມປະຈຸບັນ, ຈັງຫວະດຳລົງຊີວິດຂອງຄົນເຮົານັບມື້ນັບໄວຂຶ້ນ, ໃນເວລາດີ້ນຮົນນຳການສະແຫວງຫາເປົ້າໝາຍຕ່າງໆ, ກໍ່ຢ່າລືມຄອຍຟັງສຽງຢູ່ໃນໃຈຂອງຕົນ, ເຮັດແນວໃດກໍຢ່າຫຼົງລືມຕົນເອງຢູ່ບົນເສັ້ນທາງກ້າວໄປໜ້າແທ້ໆເນີ!
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |