ຊຸດລາວ

(GMT+08:00) 2013-12-11 10:51:52     cri


ຫວ່າງມໍ່ໆມານີ້, ວິໄລວັນໄດ້ໄປຖ່າຍຮູບຢູ່ຮ້ານຖ່າຍຮູບ, ໄດ້ນຸ່ງຊຸດລາວທີ່ໝູ່ເພື່ອນລາວຝາກໃຫ້ໃນ 4 ປີກ່ອນ, ວິໄລວັນມັກຊຸດນີ້ຫຼາຍ, ມັນງາມຫຼາຍ ແລະກໍ່ເຂົ້າກັບໂຕວິໄລວັນໄດ້ດີ. ປີ 2009, ວິໄລວັນເຄີຍນຸ່ງຊຸດນີ້ຕ້ອນຮັບທ່ານຈູມມະລີ ໄຊຍະສອນ, ປະທານປະເທດສ.ປ.ປລາວ ທີ່ໄປຢ້ຽມຢາມວິທະຍຸສາກົນແຫ່ງປະເທດຈີນ CRI, ​​ໃນເວລາວິໄລວັນມອບດອກໄມ້ໃຫ້ເພິ່ນ, ເພິ່ນຍັງຖາມວິໄລວັນວ່າ ແມ່ນຄົນລາວບໍ່.

 

4 ປີຜ່ານໄປ, ວິໄລວັນດີໃຈຫຼາຍທີ່ຕົວເອງຍັງນຸ່ງຊຸດນີ້ໄດ້, ເລີຍໄດ້ນຸ່ງໄປຖ່າຍຮູບ, ແຕ່ເສຍດາຍ ທີ່ຜູ້ແຕ່ງໜ້າຂອງຮ້ານຖ່າຍຮູບ ບໍ່ຮູ້ແຕ່ງໜ້າໃຫ້ວິໄລວັນຄືຜູ້ຍິງລາວ, ເກົ້າຜົມກໍ່ບໍ່ເປັນ. ສະນັ້ນ, ເບີ່ແລ້ວຈຶ່ງບໍ່ຄື. ຫວັງວ່າ, ວິໄລວັນຄົງຈະມີໂອກາດໄປລາວອີກ, ເພື່ອຈະໄປຖ່າຍຮູບຊຸດລາວອ້ອຍຕ້ອຍ.


1 2 3