ຄວາມ​ເວົ້າ​​ໃນ​ຕອນ​ກາງຄືນ​ກ່ອນ​ປີ​ໃໝ່​ຈະ​ມາ​ເຖິງ

(GMT+08:00) 2013-12-12 11:11:40     cri

ຄວາມ​ເວົ້າ​​ໃນ​ຕອນ​ກາງຄືນ​ກ່ອນ​ປີ​ໃໝ່​ຈະ​ມາ​ເຖິງ

ຄວາມ​ຫງ່ວມ​ເຫງົາ​​ແຫ່ງ​ການ​ຄຶ​ດຮອດ​ເຈົ້າ
​ແມ່ນ​ທຸກ​ນາທີ​ແຫ່ງ​ຄວາມ​ໂດດດ່ຽວ
​ເຮືອທີ່​ບັນຈຸ​ດວງ​ໃຈ​ຂ້ອຍ ​ເດີນ​ໄປ​ສູ່​ທິດ​ທາງ​ຂອງ​ເຈົ້າ
​ແຕ່​ນ້ຳ​ໜອງໃນ​ລະດູ​ໜາວ​ພັດກາຍ​ເປັນ​ນ້ຳກ້ອນ ​​
ເຮັດ​ໃຫ້​​ເຮືອ​ຂ້ອຍ​ຈອດ​ຢູ່​ທ່າ​ເຮືອ​ແຫ່ງ​ຄວາມ​ໂຫດ​ຫ້ຽມ

ຫວັງ​ວ່າ ດວງ​ຕາ​ຂອງ​ເຈົ້າ
ຈະປະກາຍແສງ​ດັ່ງ​ດວງ​ຕາ​ເວັນ​ສາດ​ສ່ອງ​ມາ​ໃນ​ລະດູ​ໃບ​ໄມ້​ປົ່ງ
​ເພື່ອປັດ​ເປົ່າຄວາມໜາວ​ແຫ່ງ​ຄວາມ​ຝັນ​ໃນຄໍ່າຄືນ​ນີ້
ຫວັງ​ວ່າ ມື້​ອື່ນ​ເຊົ້າ
​ເຮືອ​ນ້ອຍໆຈະ​ຄ່ອຍໆ​ເດີນ​ມາ
ຢູ່​ເທິງ​ເຮືອ ​ໄດ້ບັນຈຸ​ດອກໄມ້​ທີ່​ຫອມ​ຫວນ ຊົມ​ຊື່ນ

ຄອຍ​ຖ້າ​ເຈົ້າ
ຢູ່​ແຄມໜອງ​ທີ່​ຖືກ​ນ້ຳກ້ອນ​ປົກ​ຄຸມດ້ວຍຄວາມໜາວ​ເຢັນ
ຄອຍ​ຖ້າ​ເຈົ້າ
​ໃນ​ກາງຄືນ​ຢູ່​ໃຕ້​ແສງ​ດາວ​ທີ່​ຫງ່ວມ​ເ​ຫງົາ
​​ໃນ​ເວລາຄອຍ​ຖ້າ​ເຈົ້າ
ຂ້ອຍຍົກ​ດວງ​ໃຈ​ທີ່ຮັກ​ເຈົ້າ​ຂຶ້ນ ​ເພື່ອ​ເປັນ​ທວນ​ໄຟ
​ສົ່ງ​ຄວາມ​ອົບ​ອຸ່ນ​​ໃຫ້ໝູ່​ດາວ​​ໃນ​ຝັນ
​ແລະ​​ເຮັດ​ໃຫ້ນ້ຳ​ໜອງທີ່​ນອນ​ແຂງຢູ່​ໃນ​ລະດູ​ໜາວລະລາຍ…




1 2