ເຈົ້າ​ແມ່ນສາຍ​ລົມ

(GMT+08:00) 2013-12-16 10:09:31     cri


​ເຈົ້າ​ແມ່ນ​ສາຍ​ລົມ
ຂ້ອຍ​ບໍ່​ສາມາດກັກ​ຂັງ​ເຈົ້າ​ໄວ້​ຢູ່​ໃນ​ເຮືອນ
ບໍ່​ສາມາດ​ຍ່າງ​ນຳ​ກັນ​ກັບ​ເຈົ້າ​ຢູ່​ຕາມ​ເຂື່ອນ​ຍາວ
ບໍ່​ສາມາດ​ໃຫ້​ແສງ​​ໄຟ ສ່ອງ​ແສງ​ເພື່ອ​ສະ​ແດງ​ສີສັນຕ່າງໆ​ຂອງ​ເຈົ້າ​ອອກ
ບໍ່​ສາມາດປັບ​ຈຸດ​ໂຮມ​ແສງ​ຂອງ​ກ້ອງ​ຂ້ອຍ ຖ່າຍ​ເອົາ​ເຈົ້າ

​ເຈົ້າ​ແມ່ນ​ສາຍ​ລົມ
ກອດ​ບໍ່​ໄດ້
​ຂັບໄປ​ບໍ່​ໄດ້
​ໄລ່​ບໍ່​ທັນ

​ເຈົ້າຢູ່​ຄຽງ​ຂ້າງ​ໂຕ​ຂ້ອຍ
ຢູ່​ໃກ້​ຫູ​ຂ້ອຍ
ຢູ່​ໃນ​​ໃຈ​ຂ້ອຍ
ຢູ່​ໃນ​ຄວາມ​ຄຶດຮອດ​ທີ່​ໄກ​ຈາກໝື່ນ​ລີ້​ຂອງ​ຂ້ອຍ
ຢູ່​ໃນ​ຄວາມ​ເປັນ​ຫ່ວງ​ທີ່​ໄກ​ຈາກ​ສາຍພູສາ​ຍນ້ຳຂອງ​ຂ້ອຍ
ຢູ່​ໃນ​ອາກາດໝົດ​ທຸກ​ບ່ອນ ທີ່​ຂ້ອຍ​ຫາຍ​ໃຈ


1 2