ນົກ​ໜາມ

(GMT+08:00) 2013-12-23 16:04:29     cri


ຢູ່​ອົສຕຼາລີ, ມີນົກປະ​ເພດ​ໜຶ່ງ​ທີ່​ຊື່ວ່າ ນົກ​ໜາມ (Thorn Bird), ​ໃນ​ຕະຫຼອດ​ຊີວິດ​ຂອງ​ມັນ ຈະ​ຮ້ອງ​ແຕ່​ເທື່ອ​ດຽວ, ​ແຕ່​ສຽງ​ຮ້ອງ​ໃນ​ເທື່ອ​ນັ້ນ ຈະ​ມ່ວນ​ອອນຊອນກວ່າ​ສຽງ​​​ເພງ​ທຸກ​ປະ​ເພດ​ໃນໂລກນີ້. ຫຼັງຈາກ​ມັນ​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ, ​ກໍ່​ເລີ່​ມ​ໄປ​ຊອກ​ຫາຕົ້ນ​ໄມ້ໜາມ, ​ເມື່ອ​ມັນ​ພົບ​ຕົ້ນ​ໄມ້​ນັ້ນ​ແລ້ວ, ມັນ​ກໍ່​ຈະ​ບິນ​ເຂົ້າ​ໄປ​ຈັບ ​ເຊິ່ງ​ເຮັດ​ໃຫ້​ໜາມ​ທີ່​ຍາວ​ກວ່າ​ໝູ່​ແລະ​ແຫຼມກວ່າ​ໝູ່​ນັ້ນ ປັກ​ເຂົ້າ​ໃສ່​ຕົນ​ໂຕ​ຂອງ​ມັນ, ​ເວລາ​ນັ້ນ ມັນ​ກໍ່​ຈະ​ຮູ້ສຶກ​ເຈັບ​ປວດ​ທີ່​ສຸດ, ມັນ​ຈະ​ຮ້ອງ​ເພງ​ອອກ​ມາ, ​ເຊິ່ງຄວາມ​ເຈັບ​ປວດ​ນັ້ນ ​ໄດ້​ເຮັດ​ໃຫ້​ມັນ​ຮ້ອງ​ເພງ​ມ່ວນ​ທີ່​ສຸດ​ຈົນ​ບໍ່​ຮູ້ສຶກ​ເຈັບ​ປວດ​ອີກ​ເລີຍ. ສຽງ​ເພງ​ຂອງ​ມັນ​ມ່ວນ​ກວ່າ​ສຽງ​ຂອງ​ນົກ​ທຸກ​ປະ​ເພດ​ໃນ​ໂລກ​ນີ້, ​ໃນ​ຂະນະ​ນັ້ນ, ທົ່ວ​ໂລກ​ກໍ່​ຈະ​ງຽບ​ລົງ ​ເພື່ອ​ຮັບ​ຟັງສຽງ​ເພງ​ຂອງ​ມັນ, ​ເທວະ​ດາ​ກໍ່​ຍີ້ມຂຶ້ນ​ໃນ​ແດນ​ສະຫວັນ.

ນີ້​ຄື​ການ​ເລົ່າ​ລື​ກັນ​ກ່ຽວ​ກັບ​ນົກ​ໜາມ, ມັນ​ຢາກ​ບອກ​ພວກ​ເຮົາ​ວ່າ: ສິ່ງ​ທີ່​ດີງາມ​ທີ່​ສຸດ​ໃນ​ໂລກ​ນີ້ ຕ້ອງ​ແລກ​ມາ​ດ້ວຍ​ຄວາມ​ເຈັບ​ປວດ​ທີ່​ແຮງ​ທີ່​ສຸດ ຈຶ່ງ​ສາມາດ​ໄດ້​ມາ, ຍິ່ງ​ເຈັບ​ປວດ​ເທົ່າ​ໃດ ກໍ່​ຍິ່ງ​ງາມ​ເທົ່າ​ນັ້ນ.