​ລົດ​ຊາດ​ຂອງ​ຊີວິດ

(GMT+08:00) 2013-12-30 11:07:06     cri

ໃນ​ເວລາ​ຍັງ​ໜຸ່ມ, ​​ພວກ​ເຮົາ​ມັກ​ກິນ​ອາຫານ​ທີ່​ລົດ​ຊາດ​ເຂັ້ມ​ຂຸ້ນ. ກິນ​ຊາ​ກິນ​ກາ​ເຟ, ຕ້ອງ​ໃສ່​ນົມຫຼາຍໆ, ເຮັດນ້ຳຫວານຖົ່ວຂຽວຖົ່ວແດງ, ກໍ່​ມັກ​ໃສ່​ນ້ຳຕານ​ຫຼາຍໆ. ກິນ​ຜັກ​ກິນ​ເຂົ້າ, ກໍ່​ຈະ​ເອົານ້ຳ​ສະອິວຫຼາຍໆ​ໃສ່. ສະຫຼຸບ​ແລ້ວ, ມັກ​ລົດຊາດປຸກໆ.

​ການ​ຄົບ​ຄ້າ​ສະມາຄົມ​ໃນ​ຍາມ​ນັ້ນກໍ່​ຄື​ກັນ, ມັກຜູ້​ໃດ​ແລ້ວ, ຈະຮູ້ສຶກ​ຜູ້​ນັ້ນ​ດີໝົດ​ຊູ່​ອັນ, ບໍ່​ມັກ​ຜູ້​ໃດ​ແລ້ວ, ຈະຮູ້ສຶກ​ວ່າ​ ຜູ້​ນັ້ນ​ມີ​ແຕ່​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ບໍ່​ມີ​ບ່ອນ​ເອົາ. ​ໃນ​ຍາມ​ຍັງໜຸ່ມ​ທີ່​ກ້າ​ສະ​ແດງ​ອາລົມ​ຈິດ​ຕ່າງໆ​ອອກ​ມາ​ນັ້ນ, ຖື​ຄວາມຮູ້ສຶກ​ຂອງ​ຕົວ​ເອງ​ເປັນມາດຖານ​ໃນ​ການ​ຕັດສິນທຸກ​ສິ່ງ, ບໍ່ມີ​ຄວາມ​ໃຈ​ເຢັນຫຼາຍປານ​ໃດ.

​ແຕ່ຄຽງ​ຄູ່​ກັບ​ອາຍຸ​ຄ່ອຍໆ​ສູງ​ຂຶ້ນ, ​ເອົາ​ໃຈ​ໃສ່​ນຳ​ສຸຂະພາບຫຼາຍຂຶ້ນ, ຄວາມ​ນິຍົມ​ໃນ​ການ​ກິນ​ອາຫານ​ກໍ່​ໄດ້​ຄ່ອຍໆ​ປ່ຽນ​ໄປ, ມັກ​ອາຫານ​ອ່າວ​ຈາງ, ຫວານ​ກໍ່​ຫວານໜ້ອຍໜຶ່ງ, ​ເຄັມ​ກໍ່​ເຄັມໜ້ອຍໜຶ່ງ, ອາຫານ​ທີ່​​ແຕ່​ກ່ອນ​ຮັບ​ເອົາ​ບໍ່​ໄດ້​ນັ້ນ, ກໍ່​ຄ່ອຍໆ​ມັກ​ແລ້ວ.

ສ່ວນ​ທ່າ​ທີ​ໃນ​ການ​ຄົບ​ຄ້າ​ສະມາຄົມ ກໍ່​ຈະ​ມີ​ການ​ປ່ຽນ​ແປງຕາມ​ການ​ເວລາ. ຄວາມຮັ​ກ​ແລະ​ຄວາມຄຽດ​ແຄ້ນ​ຢ່າງ​ແຮງ​ແມ່ນ​ຂຶ້ນ​ກັບ​ເວທີ, ຫາກ​ບໍ່​ແມ່ນ​ຂຶ້ນ​ກັບ​ຊີວິດ​ຕົວ​ຈິງ. ​ໃນ​ຊີວິດ​ຕົວ​ຈິງ, ຄວນ​ມີ​ຄວາມ​ໃຈກວ້າງຫຼາຍກວ່າ, ຢູ່​ລະຫວ່າງ​ຄວາມຮັກ​ແລະ​ຄວາມຄຽດ​ແຄ້ນ ຄວນ​ມີ​ທ່າ​ທີ​​ເປັນກາງ.

ນີ້​ຄື​ຊີວິດ​ຕົວ​ຈິງ​ຂອງ​ພວກ​ເຮົາ, ຄ່ອຍໆ​ຈາງ​ລົງ, ​ຄ່ອຍໆ​ຮູ້ຈັກ​ກັບ​ຄວາມ​ເປັນ​ຈິງ​ຂອງ​ທຸກ​ສິ່ງ​ໃນ​ໂລກ​ນີ້, ຊີວິດ​ທີ່​ໝັ້ນ​ທ່ຽງ ຈຶ່ງ​ສາມາດ​ສະໜອງ​ທ່າ​ເຮືອ​ລີ້​ໄພ​ໃຫ້​ດວງ​ໃຈ​ເຮົາ, ນີ້​​ແມ່ນ​ການ​ສິດສອນ​ຂອງ​ການ​ເວລາ.