ບໍ່​ມີ​ຄວາມ​ຢ້ານ​ກົວ

(GMT+08:00) 2014-01-14 10:46:05     cri




ນັກ​ກະວີ​ເວົ້າ​ວ່າ

ຝົນ​ຕົກ​ລົງ​ມາ​ແລ້ວ ຂ້ອຍຈະ​ຖ້າ​ເຈົ້າ​ຢູ່​ທ່າມກາງ​ສາຍ​ຝົນ

​ໄຟ​ໄໝ້​ແລ້ວ ຂ້ອຍ​ຈະ​ຖ້າ​ເຈົ້າ​ຢູ່​ກອງ​ຂີ້​​ເຖົ່າ

ຂ້ອຍ​ຢາກ​ເວົ້າ​ນຳ​ເຈົ້າ​ວ່າ

ຂ້ອຍ​ຈະ​ຖ້າ​ເຈົ້າ ຖ້າ​ເຈົ້າ​ຈົນຮອດ​ມື້​ສຸດ​ທ້າຍ​ຂອງ​ໂລກ​ນີ້

ຄອຍ​ຖ້າ​ເຈົ້າ​ຢູ່​ທ່າມກາງ​ຫີນດາວ​​ຕົກທີ່ຕົກລົງ​ມາ​ຈາກ​ທ້ອງຟ້າ

ຄອຍ​ຖ້າ​ເຈົ້າ​ຈົນຮອດສັດຕະວັດໜ້າ

ທະ​ແນມ​ແຕ່​ວິນ​ຍານຍັງຄົງຢູ່

ພວກ​ເຮົາ​ກໍ່​ຈະ​ອຸ້ມ​ກອດ​ ​ ບິນ​ຄູ່​ກັນໄປ

ຢູ່​ໃນ​ຄວາມສຸກແລະຄວາມມ່ວນຊື່ນ

ຢູ່ໃນຄວາມ​ມືດ​ແລະ​ຄວາມ​ຫງ່ວມ​ເຫງົາ