
ຊີວິດຄົນເຮົາເໝືອນດັ່ງເສັ້ນທາງທີ່ຖອຍຫຼັງບໍ່ໄດ້, ໃນຊີວິດຂອງແຕ່ລະຄົນ ມັກມີບ່ອນໃດບ່ອນໜຶ່ງ, ໄດ້ເຊື່ອງອາລົມແລະເລື່ອງລາວທີ່ມີຄ່າທີ່ສຸດໄວ້, ໃນຊີວິດທີ່ຈືດຈາງມື້ແລ້ວມື້ເລົ່າ ກໍ່ບໍ່ເຄີຍຄຶດເຖິງສິ່ງເຫຼົ່ານີ້, ແຕ່ໃນຍາມໃດຍາມໜຶ່ງ, ຕົນເອງອາດຈະຫວນຄືນຫຼັງ, ນິທານແລະອາລົມເຫຼົ່ານີ້ອາດຈະກາຍເປັນອະດີດມາແຕ່ດົນແລ້ວ ແລະສູນຫາຍໄປຕາມການເວລາ, ແຕ່ພວກເຮົາກໍ່ຍັງຈື່ຈຳໃນໃຈຈົນເທົ້າໃດໆ, ນຶກຂຶ້ນມາເທື່ອໃດ, ມັນກໍ່ເຮັດໃຫ້ເຮົາຮູ້ສຶກອົບອຸ່ນທີ່ສຸດ.
ເວລາໄດ້ພາທຸກສິ່ງທຸກຢ່າງຫາຍໄປ, ເຫຼືອແຕ່ສິ່ງທີ່ສວຍງາມທີ່ສຸດໄວ້ໃນໃຈຂອງພວກເຮົາ, ເມື່ອຄຶດແບບນີ້, ກໍ່ຮູ້ສຶກວ່າ, ສະບາຍໃຈດີ…
ໃນຍາມຄ້ອຍຄືນ, ດວງຈັນໂພ່ຂຶ້ນ, ເບິ່ງໂຄມໄຟທີ່ຮຸ່ງຂຶ້ນໃນຍາມລາຕີ, ວິໄລວັນມັກຄຶດວ່າ, ຢູ່ໃຕ້ແສງໄຟເຫຼົ່ານີ້, ຈະມີເລື່ອງຫຍັງເກີດຂຶ້ນເນາະ? ມີຄົນຮ້ອງໄຫ້, ມີຄົນຫົວ, ມີຄົນເຕົ້າໂຮມກັນ, ມີຄົນພັດພາກຈາກກັນ, ວັນເວລາຜ່ານໄປຄືນ້ຳໄຫຼ, ປີແລ້ວປີເລົ່າ, ເມື່ອຫວນຄືນຄວາມຫຼັງ, ວັນເວລາທີ່ຈືດຈາງໄດ້ລືມໝົດແລ້ວ, ຈື່ແຕ່ຄວາມສຸກຫຼືຄວາມທຸກລະທົມຂົມຂຶ້ນເປັນຕອນໆ, ສິ່ງເຫຼົ່ານີ້, ອາດຈະແມ່ນຂອງຂວັນທີ່ກາລະເວລາປະໄວ້ໃຫ້ພວກເຮົາຕິ໋?
ວິໄລວັນຢາກແບ່ງປັນເພງຈີນເພງໜຶ່ງກັບເພື່ອນທາງອິນເຕິເນັດ, ຄືເພງ "有没有一首歌,会让你想起我?" ແປວ່າ "ມີເພງຫຍັງບໍ່ທີ່ເຮັດໃຫ້ເຈົ້າຄຶດເຫັນຂ້ອຍ?" ເນື້ອເພງຂຽນວ່າ:
ໄຟມອດແລ້ວ, ດວງຈັນແມ່ນດວງຕາທີ່ຫງ່ວມເຫງົາ, ຈ້ອງມອງເຮົາຢ່າງມິດງຽບ, ນອນຜູ້ດຽວ, ຫຼັບຍາກ, ດົນແລ້ວບໍ່ໄດ້ເຫັນໜ້າກັນ, ເຈົ້າກໍ່ຍັງຄ່ອຍຢູ່ບໍ່?
ເຈົ້າຍັງຈື່ໄດ້ບໍ່? ເຈົ້າເຄີຍເວົ້າວ່າ, ເຈົ້າບໍ່ຢາກຢູ່ຜູ້ດຽວ, ພວກເຮົາຕ່າງກໍ່ຢູ່ໃນເມືອງນີ້, ເປັນຫຍັງບໍ່ໄດ້ພົບກັນອີກ, ມີແຕ່ຍ່າງສວນກັນໄປຄືກັບຄົນແປກໜ້າ.
ດຽວນີ້, ເຈົ້າກໍ່ແມ່ນຜູ້ທີຄວາມຫຼັງແລ້ວ, ເພງທີ່ຂ້ອຍກຳລັງຮ້ອງດຽວນີ້, ຖ້າວ່າເຮົດໃຫ້ເຈົ້າຄຶດເຫັນຂ້ອຍ, ຖ້າສິ່ງທີ່ເຈົ້າເຫັນນັ້ນ ແມ່ນຄວາມຫງ່ວມເຫງົາ, ຂ້ອຍຢາກຮູ້ວ່າ, ຍ້ອນຫຍັງ?
ເພງທີ່ຂ້ອຍກຳລັງຮ້ອງຢູ່ນີ້, ກໍ່ຕາງໜ້າຂ້ອຍ ເວົ້ານຳເຈົ້າວ່າ: ເຖິງແມ່ນວ່າ ວັນເວລາໄດ້ຜ່ານພົ້ນໄປຢ່າງວ່ອງໄວ, ພວກເຮົາກໍ່ເຄີຍຍ່າງນຳກັນ…