ຜົນງານ​ການ​ຕັດ​ເຈ້ຍ​ຂອງ​ວິ​ໄລ​ພອນ​ແລະ​ວິ​ໄລ​ວັນ

(GMT+08:00) 2014-01-14 11:27:19     cri

ຫວ່າງມໍ່ໆ​ນີ້, ວິ​ໄລ​ພອນ​ແລະ​ວິ​ໄລ​ວັນ​ໄດ້​ໄປ​ເຂົ້າ​ຮ່ວມ​ການ​ບັນຍາຍ​ແລະ​ສາທິດ​ສີ​ລະ​ປະການ​ຕັດ​ເຈ້ຍ​ແບບ​ດັ້ງ​ເດີມ​ຂອງ​ຈີນ, ມ່ວນຫຼາຍ.

ສິລະ​ປະການ​ຕັດ​ເຈ້ຍ ​​ເປັນ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຈີນ ທີ່​ມີ​ປະຫວັດສາດ​ມາ​ແຕ່​ດົນ​ນານ​ແລ້ວ, ຕາມ​ທ່ານ​ນາງ ຊຸ່ນ​ເອີ້​ລິງ, ສະມາຊິກ​ສະມາຄົມ​ສິລະ​ປິນພື້ນ​ເມືອງ​ຈີນ, ສະມາຊິກ​ສະມາຄົມ​ຕັດ​ເຈ້ຍ​ຂອງ​ຈີນ, ​ເຊິ່ງ​ເປັນ​ຜູ້​ບັນຍາຍ​ໃນ​ມື້​ນັ້ນ​ ​ແນະນຳ​ວ່າ, ສິລະ​ປະ​ຕັດ​ເຈ້ຍ​ແບບ​ດັ້ງ​ເດີມ​ຂອງ​ຈີນ​ມີ​ປະຫວັດສາດ​ເຖິງ 1500 ປີ​ແລ້ວ. ການ​ຕັດ​ເຈ້ຍ​ກໍ່​ແມ່ນ​ສິລະ​ປະ​ພື້ນ​ເມືອງ​ທີ່​ໄດ້ຮັບ​ຄວາມ​ນິຍົມຫຼາຍທີ່​ສຸດ​ຂອງ​ຈີນ. ​ເຈ້ຍ​ຕັດ​​ແມ່ນ​ໃຊ້​ສຳລັບ​ພິທີ​ສາສະໜາ, ປະດັບ​ປະ​ດາ​ເຮືອນ​​ແລະ​ອື່ນໆ. ​ເພື່ອສະ​ແດງ​ຄວາມ​ອວຍພອນ​ແລະ​​ເປັນສີລິ​ມົງ​ຄຸນ​ຕໍ່​ຊີວິດ.

​ແຕ່​ກ່ອນ, ການ​ຕັດ​ເຈ້ຍ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ຈີນ, ​ແຕ່​ວ່າ, ດຽວ​ນີ້, ​​​ຄົນ​ທັງຫຼາຍພັດ​ລືມ​ມັນ​ໄປ, ​​ໂດຍ​ສະ​ເພາະ​ໃນ​ຕົວ​ເມືອງ, ​ເກືອບ​ບໍ່​ໄດ້​ເຫັນ​ແລ້ວ. ​ເພື່ອ​ປົກ​ປັກ​ຮັກສາ​ສີລະ​ປະການ​ຕັດ​ເຈ້ຍ, ລັດຖະບານ​ຈີນ​ໄດ້​ຈັດ​ມັນ​ເຂົ້າ​ໃນ​ບັນຊີມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ, ​ແລະ​​ເບີກງົບປະມານ​ເຂົ້າ​ໃນ​ການອະນຸລັກ​ສິລະ​ປະ​ນີ້​ເປັນ​ພິ​ເສດ.

ມື້​ນັ້ນ, ນອກຈາກ​ຟັງ​ການ​ບັນຍາຍ​ແລ້ວ, ວິ​ໄລ​ວັນ​ແລະ​ວິ​ໄລ​ພອນ​ກໍ່​ຍັງ​ໄດ້ລອງຕັດ​ເຈ້ຍ​ທີ່​ເປັນ​ຮູບ​ຕ່າງໆ, ຄື​ໄດ້​ກັບ​ຄືນ​ສູ່​ໄລຍະ​ຍັງ​ເປັນນັກ​ປະຖົມ, ມ່ວນຫຼາຍ.




1ຕັດຕາມຮູບແບບຢ່າງ




2ມີດຕັດສຳລັບການຕັດເຈ້ຍສະເພາະ, ຄົມຫຼາຍ




3ວິໄລພອນກຳລັງຕັດເຈ້ຍຢ່າງຕັ້ງອົກຕັ້ງໃຈ


1 2 3