ໝູ່ວິໄລວັນເຮັດວຽກຢູ່ສື່ມວນຊົນ, ມີເທື່ອໜຶ່ງ, ມີບໍລິສັດອະສັງຫາລີມະຊັບເຊີນລາວໄປເຂົ້າຮ່ວມກິດຈະກຳໂຄສະນາຢູ່ຕ່າງແຂວງ, ເຂົາເຈົ້າຈອງຫ້ອງຢູ່ໂຮງແຮມ 5 ດາວໃຫ້ລາວ. ໂຮງແຮມ 5 ດາວນັ້ນເໝືອນດັ່ງພະລາຊະວັງ. ໝູ່ວິໄລວັນນອນຢູ່ໃນຫ້ອງລະດັບຫຼູຫຼາ, ຫ້ອງນັ້ນທັງໃຫຍ່ ທັງງາມ, ປະດັບປະດາໄດ້ດີ, ມີດອກໄມ້ສົດໆ, ຂະໜົມຫຼາຍຊະນິດ. ລາວບອກວິໄລວັນວ່າ, ແນວຮອງນັ່ງຂອງຊັກໂຄກໃນຫ້ອງນ້ຳແມ່ນອຸ່ນຕະຫຼອດ, ມັນມີຫຼາຍປຸ່ມ, ສາມາດປັບຈຳນວນນ້ຳໄດ້ຕາມໃຈ, ສາມາດເຮັດໃຫ້ແຫ້ງແລະຍັງຟັງດົນຕີໄດ້ອີກ.
ໝູ່ວິໄລວັນຢືນຢູ່ກາງຫ້ອງນອນທີ່ກວ້າງໃຫຍ່ໆ, ຮູ້ສຶກຕື້ນຕັນໃຈໜ້ອຍໜຶ່ງ, ໃນຂະນະນັ້ນ, ລາວເວົ້ານຳຕົວເອງວ່າ: ຖ້າວ່າຊາດນີ້, ຂ້ອຍສາມາດດຳລົງຊີວິດຢູ່ໃນເຮືອນແບບນີ້, ຈັ່ງແມ່ນມີຄວາມສຸກແທ້ໆ, ຂ້ອຍຈະພະຍາຍາມສູ້ຊົນເພື່ອຈະໄດ້ມີຊີວິດແບບນີ້!
ແຕ່ວ່າ, ມື້ອື່ນເຊົ້າ, ລາວຊ້ຳພັດປ່ຽນໃຈ, ເປົ້າໝາຍການສູ້ຊົນທີ່ວາງໄວ້ໃຫ້ຕົວເອງກໍ່ໄດ້ປ່ຽນແປງພາຍໃນເວລາຄືນດຽວ.
ມື້ຕໍ່ມາ, ຫຼັງຈາກລາວຕື່ນແລ້ວ, ປະກົດວ່າ, ຕຽງໃຫຍ່ໆນັ້ນ, ລາວໃຊ້ແຕ່ສ່ວນໜ້ອຍດຽວ, ຜ້າຫົ່ມຫຍູ່ແຕ່ 1 ສ່ວນ 5, ອີກ 80% ຍັງລຽບຢູ່ຄືເກົ່າ.
ອາຫານເຊົ້າຢູ່ໂຮງແຮມແມ່ນກິນແບບປູເຟ, ລາຄາ 288 ຢວນ, ເກືອບ 50 ໂດລາ, ມີອາຫານຫຼາຍຊະນິດ, ແຕ່ວ່າ, ໝູ່ວິໄລວັນພັດກິນແຕ່ເຂົ້າປຽກຖ້ວຍໜຶ່ງ, ກະລະເປົາສອງກ້ອນ, ຈັບກ້ວຍສອງສາມຕອນ, ແລະນົມສົ້ມກັບໜຶ່ງ.
ຫຼັງຈາກນັ້ນ, ລາວໄດ້ຖາມຕົວເອງເທື່ອແລ້ວເທື່ອອີກວ່າ: ຖ້າວ່າ ມື້ໃດມື້ໜຶ່ງ, ຕົວເອງກາຍເປັນຄົນຮັ່ງມີແລ້ວ, ຈະມີຄວາມສຸກຫຼາຍກວ່າດຽວນີ້ອີຫຼີບໍ່? ຫຼືວ່າ ເຖິງຈະກາຍເປັນຄົນຮັ່ງມີແລ້ວ, ກໍ່ພຽງແຕ່ໃຊ້ບ່ອນນອນນ້ອຍໆ, ກິນເຂົ້າເຊົ້າແບບງ່າຍໆ. ເພາະສິ່ງທີ່ເຮົາຕ້ອງການໃນຊີວິດການເປັນຢູ່ນັ້ນ ພຽງແຕ່ທໍ່ນັ້ນ.
ປະສົບການຂອງໝູ່ເພື່ອນຄົນນີ້ ເຮັດໃຫ້ວິໄລວັນຄຶດເຫັນຄົນແປກໜ້າຜູ້ໜຶ່ງ, ລາວອາໃສນຳການຊື້ຂາຍເຄື່ອງຈັກມືສອງ, ຊີວິດທຸກຍາກຫຼາຍ, ແຕ່ພັດສະບາຍຫຼາຍ, ທຸກເທື່ອທີ່ວິໄລວັນຍ່າງຜ່ານບ່ອນຂາຍເຄື່ອງຈັກຂອງລາວ, ເຫັນລາວເຮັດວຽກບໍ່ຟ້າວບໍ່ຟັ່ງ, ເປີດວິທະຍຸຟັງງິ້ວປັກກິ່ງ, ຕົວເອງກໍ່ຮ້ອງນຳ, ລາວຍັງໄດ້ຂຽນຄວາມເວົ້າຄວາມໜຶ່ງໄວ້ຢູ່ເທິງແຜ່ນໄມ້ແຜ່ນໜຶ່ງ ຢູ່ຂ້າງບ່ອນຂາຍເຄື່ອງຈັກຂອງລາວ, ຄວາມເວົ້ານັ້ນປະທັບໃຈວິໄລວັນຫຼາຍ, ເຊິ່ງຂຽນວ່າ: 天地再大一间房 ແປວ່າ, ໂລກນີ້ກວ້າງໃຫຍ່ໄພສານ, ແຕ່ເຮົາຕ້ອງການແຕ່ເຮືອນຫ້ອງດຽວ. ເວົ້າຖືກຕ້ອງທີ່ສຸດ, ໂລກນີ້ກວ້າງໃຫຍ່ຫຼາຍ, ແຕ່ບ່ອນຢູ່ອາໄສຂອງຄົນຜູ້ໜຶ່ງມີພຽງແຕ່ເຮືອນຫ້ອງດຽວ, ຄົນຮັ່ງມີຫຼາຍຄົນ ມີເຮືອນຫຼາຍຫຼັງ, ແຕ່ລາວຕ້ອງການແຕ່ຫ້ອງນອນຫ້ອງໃດຫ້ອງໜຶ່ງ, ເຫຼືອນັ້ນ ແມ່ນປະໄວ້ຢູ່ຫັ້ນລ້າໆ. ອາຫານແຊບໆໃນໂລກນີ້ກໍ່ມີຫຼາຍສິ່ງຫຼາຍແນວ, ແຕ່ທ້ອງເຮົາຊ້ຳພັດນ້ອຍຫຼາຍ, ຄາບໜຶ່ງກິນໄດ້ແຕ່ທໍ່ນັ້ນ. ມີມື້ໃດມື້ໜຶ່ງ, ເຮົາອາດຈະກາຍເປັນຄົນຮັ່ງມີ, ຄົນທີ່ມີຖານະບົດບາດສູງ, ແຕ່ວ່າ, ກໍ່ຍັງຕ້ອງດຳລົງຊີວິດຄືກັນກັບໝົດທຸກຄົນ, ກິນອາຫານຫຼາຍທໍ່ເມື່ອກ່ອນ, ນອນຢູ່ບ່ອນນອນໃຫຍ່ທໍ່ເມື່ອກ່ອນ, ແລະຍັງຈະມີອາລົມຈິດຕ່າງໆທີ່ຄືກັນກັບເມື່ອກ່ອນ, ປະເຊີນໜ້າກັບເລື່ອງມະຍິກມະຍ່ອຍ, ຄວາມອິດເມື່ອຍໂຮຍແຮງ, ຄວາມວິຕົກກັງວົນ, ແຮງກົດດັນ, ຄວາມທໍລະຫົດອົດທົນ, ຄວາມໂສກເສົ້າ ຄືກັນກັບເມື່ອກ່ອນ. ສະນັ້ນ, ຄວາມສຸກນັ້ນ ບໍ່ແມ່ນຂຶ້ນກັບເງິນຄຳກຳແກ້ວ, ຖານະຕຳແໜ່ງ, ຄົນທຸກຍາກ, ກໍ່ສາມາດມີຄວາມສຸກ, ຄົນຮັ່ງມີ, ກໍ່ມີຄວາມອຸກອັ່ງໃຈຄືກັບຄົນທຳມະດາ. ເຮົາບໍ່ຕ້ອງໄປອິດສາຜູ້ອື່ນ, ທຳຄວາມພະຍາຍາມເພື່ອສະແຫວງຫາເປົ້າໝາຍຕ່າງໆ, ແຕ່ພ້ອມກັນນັ້ນ, ກໍ່ພໍໃຈໃນສິ່ງທີ່ຕົນມີ, ທ່ານຈະໄດ້ຮັບຄວາມສຸກຫຼາຍກວ່າເກົ່າ.