ລົມ​ພາກ​ເໜືອ​ກັບ​ລົມ​ພາກ​ໃຕ້

(GMT+08:00) 2014-04-18 14:58:26     cri


ມີ​ມື້ໜຶ່ງ, ລົມພາກ​ເໜືອ​ກັບ​ລົມ​ພາກ​ໃຕ້​ແຂ່ງຂັນ​ກັນ ​ເບີ່​ງວ່າ​ໃຜ​ຈະສາມາດ​ພັດ​ໃຫ້ຄົນ​ຜູ້​ໜຶ່ງ​ແກ້ເສື້ອ​ກັນ​ໜາວ​ອອກ​ໄດ້.

ລົມ​ພາກ​ເໜືອ​ເລີ່​ມພັດ​ກ່ອນ, ​ແລະ​ກໍ່​ພັດ​ແຮງ, ​ເຮັດ​ໃຫ້​ຄົນ​ຜູ້​ນັ້ນ​ຮູ້ສຶກ​ໜາວຫຼາຍ, ສະ​ນັ້ນ, ​ແຫ່ງ​ຈັບ​ເສື້ຶອກັນ​ໜາວ​ໃຫ້​ແໜ້ນ​ເພື່ອ​​ໃຫ້ອຸ່ນ​ຄີງ. ລົມ​ພາກ​ໃຕ້ພັດ​ຄ່ອຍໆ, ​ເຮັດ​ໃຫ້​ອາກາດ​ດີ​ຂຶ້ນ, ຄົນ​ນັ້ນ​ຮູ້ສຶກ​ອົບ​ອຸ່ນຫຼາຍ, ​ເລີຍ​ແກ້​ເສື້ອ​ກັນ​ໜາວ​ອອກ.

​​ເຫດຜົນ​ໃນ​ເລື່ອງ​ດັ່ງກ່າວ, ​​ເຮົາກໍ່​ສາມາດ​ໃຊ້​ໃນ​ເວລາຄົບ​ຄ້າ​ສະມາຄົມ​. ຄວາມ​ເວົ້າ​ດີໆ​ເໝືອນ​ດັ່ງ​ລົມ​ພາກ​ໃຕ້, ຄວາມ​ເວົ້າ​ບໍ່​ສຸພາບ​ເໝືອນ​ດັ່ງ​ລົມ​ພາກ​ເໜືອ. ຄົນ​ທີ່​ໄຮ້​ປັນຍາ​ມັກ​ໃຊ້​ຄວາມ​ເວົ້າ​ໂຫດ, ບໍ່​ພຽງ​​ແຕ່​ແກ້​ໄຂ​ບັນຫາ​ບໍ່​ໄດ້, ຍັງ​ຈະ​ພາ​ໃຫ້​ສະພາບ​ການ​ຫຍຸ້ງຍາກ​ຂຶ້ນ​ຕື່ມ, ​ແຕ່​ຄົນ​ສະຫຼາດພັດ​ມັກ​ໃຊ້​ຄວາມ​ເວົ້າ​ທີ່ອ່ອນ​ໂຍນ, ​​ແກ້​ໄຂ​ບັນຫາຕ່າງໆ​​ໃນ​ບັນຍາກາດ​ທີ່​ອົບ​ອຸ່ນ.