ຄວາມບໍ່ແນ່ນອນແລະຄຳວ່າ "ຕະຫຼອດໄປ" (ສຽງ)

(GMT+08:00) 2014-05-22 15:46:39     cri


ດອກ​ໄມ້ທີ່​ກຳລັງ​ບານ, ​ແນ່ນອນ​ຈະ​ມີ​ມື້​ຫ່ຽວ. ຊີວິດ​ຂອງ​ຄົນ​ເຮົາ​ກໍ່​ຄື​ກັນ, ​ເຮົາ​ເກີດ​ມາ​ໂລກ​ນີ້ ​ແມ່ນ​ເລື່ອງ​ບັງ​ເອີນ, ​ເຮົາ​ຈາກ​ໂລກ​ນີ້​ໄປ, ​ແມ່ນ​ເລື່ອງ​ແນ່ນອນ.

ທຸກ​ຄົນ​ໃນ​ໂລກ​ນີ້, ລ້ວນ​ແຕ່​ຮູ້​ວ່າ, ຊີວິດຂອງ​ເຮົາ​ພຽງ​ແຕ່​ເປັນ​ຂະ​ບວນການ​ໜຶ່ງ​ທີ່​ເລີ່​ມຈາກ​ການ​ເກີດ, ສິ້ນ​ສຸດ​ລົງ​ດ້ວຍ​ການ​ຕາຍ, ​ໃນ​ຂະ​ບວນການ​ນີ້, ຈະ​ປະສົບ​ຄວາມທຸກທໍລະມານ​ແລະ​ຄວາມສຸກ​ຄວາມ​ມ່ວນ​ຊື່ນ, ​ໃຜ​ກໍ່​ຮູ້​ວ່າ, ຊີວິດ​ແນ່ນອນ​ຈະ​ມີ​ມື້​ສິ້ນ​ສຸດ​ລົງ,​ ​ແຕ່​ຫາກ​ບໍ່​ມີ​ໃຜ​ຮູ້​ວ່າ, ມື້​ສິ້ນ​ສຸດ​ລົງ​ຈະ​​ແມ່ນ​ມື້​ໃດ? ຄຶດ​ວ່າ, ຊີວິດ​ໝູນວຽນ​ປ່ຽນ​​ໄປ​​​ເໝືອນ​ດັ່ງ​ການ​ໝູນ​ວຽນ​ຂອງລະດູ​ການ, ​ແຕ່​ພັດ​ຍືນ​ຍົງ​ເໝືອນ​ດັ່ງ​ລະດູ​ການ​ບໍ່​ໄດ້, ​ເພາະ​ວ່າ, ​ໃນ​ຊີວິດ​ທີ່​ເບີ່​ງ​ແລ້ວ​ສະຫງົບຫຼາຍນັ້ນ, ຍັງ​ມີ​ປັດ​​ໄຈ​ບໍ່​ແນ່ນອນຫຼາຍອັນ​ແຝງ​ຊ້ອນ​ຢູ່.

​​ໃນ​ຊີວິດ, ຈະ​​ເກີດຫຼາຍ​ເລື່ອງ​ທີ່​ເຮົາ​ຮັບ​ເອົາ​ບໍ່​ໄດ້, ບໍ່​ວ່າ​ເຮົາ​ມັກຫຼືບໍ່​ມັກ, ມັນ​ຈະ​ປ່ຽນ​ແປງ​ຊີວິດ​ຂອງ​ເຮົາ​​ແບບ​ບໍ່​​ເອົາ​ຫົວຊາ​ນຳ​ຄວາມ​ປາຖະໜາ​ຂອງ​ເຮົາ, ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ນັ້ນ, ມີ​ພຽງ​ແຕ່​ເບີ່​ງມັນ​ເກີດ​ຂຶ້ນ​ແລະ​ຍອມຮັບ​ຄວາມ​ຈິງ.

​ໂດຍ​ປະ​ເຊີນ​ໜ້າ​ກັບຄວາມ​ບໍ່​ແນ່ນອນ​ຂອງ​ຊີວິດ​ແລະ​ໂຊ​ກຊະ​ຕາ, ຂໍ​ໃຫ້​ທຸກ​ຄົນ ຈົ່ງ​ດີ​ຕໍ່​ຕົວ​ເອງ, ຢ່າ​ສ້າງຄວາມ​ກິນ​ແໜງ​ໃຫ້​ຕົວ​ເອງ, ຫົວ​ໃນ​ເວລາ​ຢາກ​ຫົວ, ​ໄຫ້​ໃນ​ເວລາ​ຢາກ​ໄຫ້, ທໍ່​ນັ້ນ ກໍ່​ພໍ.

ມີ​ຄົນ​ເວົ້າ​ວ່າ: ຖ້າ​ສອງ​ຄົນ​ມີ​ວາດ​ສະໜາ, ຈາກກັນ​ໄປ​ແລ້ວ ຍັງ​ຈະ​ພົບ​ກັນ​ໃນ​ມື້​​ໃດ​ມື້ໜຶ່ງ​ຢ່າງ​ແນ່ນອນ, ​ແຕ່​ກໍ່​ມີ​ຄົນ​ເວົ້າ​ວ່າ: ບາງ​ຄົນ ​ເຮົາ​ພາດ​ໄປ​ແລ້ວ, ກໍ່​ຈະ​ພາດ​ໝົດ​ຊີວິດ​. ສອງ​ຄວາມ​ນີ້, ​ທ່ານ​ເຊື່ອ​ຄວາມ​ໃດ? ວິ​ໄລ​ວັນ​ເຊື່ອຄວາມ​ເວົ້າ​ທີ 2. ມີ​ບາງ​ໂອກາດ, ບາງ​ຄົນ, ​ເຮົາ​ພາດ​ໄປ​ແລ້ວ, ອາດ​ຈະ​ບໍ່​ສາມາດ​ໄດ້​ຮັບ​ອີກ​ໃນ​ຕະຫຼອດຊີວິດ, ຈະ​ກາຍ​ເປັນພຽງ​ແຕ່ຄວາມ​ເສຍດາຍ​ຂອງ​ຊີວິດ​ນີ້. ຝາກ​ຄວາມ​ຫວັງ​​ໄວ້ໃນ​ຊາດ​ໜ້າ? ຊາດ​ນີ້​ກໍ່​ຍັງກຳ​ບໍ່​ໄດ້, ​ຊາດ​ໜ້າ​ແຫ່ງ​ບໍ່​ຮູ້​ແລ້ວ. ຖ້າ​ທ່ານ​ເອົາ​ໃຈ​ໃສ່​ຜູ້​ໃດ​ຜູ້​ໜຶ່ງ, ກໍ່​ຂໍ​ໃຫ້​ທ່ານທຳ​ຄວາ​ມພະຍາຍາມ​ເພື່ອ​ໃຫ້​ສອງ​ຄົນ​ຢູ່​ນຳ​ກັນ​ໄດ້​, ຖ້າທ່າ​ນສົນ​ໃຈ​ເລື່ອງ​ໃດ​ເລື່ອງ​ໜຶ່ງ, ກໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ສະ​ແຫວ​ງຫາ​ແລະ​ບັນລຸ​ອຸດົມ​ຄະຕິ​ຂອງ​ຕົນ, ​​​ເປັນ​ຈັ່ງ​ຊີ້​ແລ້ວ, ບໍ່​ວ່າ​ຜົນ​ສຸດ​ທ້າຍ​ຈະ​ເປັນ​​ແນວ​ໃດ, ທ່ານ​ກໍ່​ຈະ​ໄດ້​ຮັບ​ຊີວິດ​ທີ່​ເຕັມ​ໄປ​ດ້ວຍຫຼາກຫຼາຍສີສັນ.

​​​ໃນ​ຊີວິດ, ​ເຮົາ​ຈະ​ໄດ້​ຍິນ​ຊາວ​ໜຸ່ມ​ໃຫ້​ຄໍາ​ໝັ້ນ​ສັນຍາ​ຕໍ່​ກັນວ່າ: ຂ້ອຍ​ຈະ​ຮັກ​ເຈົ້າ​ຕະຫຼອດ​ໄປ, ຂ້ອຍ​ຈະ​ດີ​ຕໍ່​ເຈົ້າ​ຕະຫຼອດ​ໄປ, ​ມິດຕະພາບ​ລະຫວ່າງ​ພວກ​ເຮົາ​ຈະ​ຍືນ​ຍົງ​ຊົ່ວ​ນິລັ​ນດອນ. ​ແຕ່​ວິ​ໄລ​ວັນ​ຢາກ​ຖາມ​ວ່າ: ຄຳ​ວ່າ ຕະຫຼອດ​ໄປ ມັນ​ດົນ​ນານ​ປານ​ໃດ​ແທ້?  ຕະຫຼອດ​ໄປ ໝາຍ​ຄວາມ​ວ່າ​ຫຍັງ? ——ຄຳ​ຕອບ​ຂອງສອງ​ຄຳ​ຖາມ​ນີ້, ​ຄົນໄວ​ກາງຄົນ​ແລະ​ຄົນ​ໄວ​ຊະລາ ຈະ​ຮູ້​ດີກ​ວ່າຊາວ​ໜຸ່ມ, ທີ່​ຈິງ​ແລ້ວ, ​ໃນ​ໂລກ​ນີ້, ບໍ່​ມີ​ຫຍັງ​ສາມາດຮັກສາ​ໄວ້​ຕະຫຼອດການ​ໄດ້. ຄໍາ​ວ່າ ຕະຫຼອດ​ໄປ, ​ແມ່ນ​ຄວາມ​ຫວັງ​​ໃນ​ໃຈ, ​ແມ່ນ​ແສງ​ໃນ​ດວງ​ຕາ, ​ແມ່ນ​ຄຳ​ຕົວະ​ດ້ວຍ​ຄວາມ​ຫວັງ​ດີຕໍ່​ດວງ​ໃຈຂອງ​ຕົນ.

​ຂໍໃຫ້ທຸກ​ຄົນ ​ຜ່ານຊີວິດ​ເຮົາ ​​ໃຫ້ເໝືອນ​ດັ່ງບັ້ງ​ໄຟດອກ, ​ເຖິງ​ຈະ​ສັ້ນ, ​ແຕ່​ພັດບິນ​ຂຶ້ນ​ສູ່​ທ້ອງຟ້າ​ດ້ວຍ​ກຳລັງ​ແຮງ​ທຸກ​ຢ່າງ, ​ປະກາຍ​ແສງ​ງາມທີ່​ສຸດ​ໃນ​ເວລາ​ບານ. ​ໃຫ້​ເໝືອນ​ດັ່ງ​ດາວສະ​ເດັດ, ປະກາຍ​ແສງ​ໃນ​ເວລາ​ຕົກ, ​ຂີດ​ຮອຍ​ແສງ​ທີ່​ສວຍ​ງາມ​ໃນ​ຂອບ​ຟ້າ​ທີ່​ມືດມົວ, ​​ແຕ່​ພາຍ​​ໃນ​ເວລາ​ພຽງ​ພິບ​ຕາ​ດຽວ, ມັນ​ກໍ່​ຫາຍ​ໄປຢ່າງ​ບໍ່​ມີ​ຄວາມ​ກິນ​ແໜງ.

ຈີນ​ມີ​ກະວີ​ບົດ​ໜຶ່ງ​ຂຽນ​ວ່າ: 今人不见古时月,今月曾经照古人, ​ເຊິ່ງ​ແປ​ວ່າ ຄົນ​ໃນ​ປະຈຸ​ບັນ​ບໍ່​ສາມາດ​ໄດ້​ເຫັນ​ດວງ​ເດືອນ​ໃນ​ສະ​ໄໝ​ບູຮານ, ​ແຕ່​ດວງ​ເດືອນ​ໃນ​ຄືນ​ນີ້ ພັດ​ເຄີຍ​ສາດ​ສ່ອງ​​ເຂົ້າໂປ່ງຢ້ຽມຂອງຄົນ​ບູຮານ.

ໃນຊາດນີ້, ບໍ່​ວ່າ​ເຮົາ​ໄດ້​ປະສົບພົບ​ພໍ້​ຜູ້​ຄົນ​ແລະ​ເລື່ອງລາວຫຼາຍປານ​ໃດ, ​ແຕ່ທຽບ​ໃສ່​ຈັກກະວານ​ທີ່​ກວ້າງ​ໃຫຍ່​ໄພສານ​ແລ້ວ, ​ເຮົາ​ກໍ່​ເໝືອນ​ດັ່ງ​​ເມັດ​ເຂົ້າ​ນ້ອຍໆ​ເມັດ​ໜຶ່ງ​ເທົ່າ​ນັ້ນ. ຂໍ​ໃຫ້​ດວງ​ເດືອນ​​ໃນ​ຄືນ​ນີ້, ສາດ​ສ່ອງ​ເຂົ້າ​ດວງ​ໃຈ​ຂອງ​ທຸກ​ຄົນ, ​​ສົ່ງ​ຄວາມ​ສະຫງົບ​​ມາ​ໃຫ້, ​ໄລ່​​ເງົາ​ມືດ​ໃຫ້ຈາງຫາ​ຍ​ໄປ​.