ສິ່ງ​ທີ່​ເຈົ້າ​ສະຫຼະ​​​ໃຫ້​ຜູ້​ອື່ນ, ຈະ​ກັບ​ມາຫາ​ເຈົ້າ​ໃນ​ທີ່​ສຸດ

(GMT+08:00) 2014-06-30 10:34:10     cri

ບໍ່​ວ່າ​ເຈົ້າ​ໄດ້​ທຳຮ້າຍ​ຜູ້​ໃດ, ​ເມື່ອ​ເບີ່​ງຈາກ​ໄລຍະ​ໄກ​ແລ້ວ, ​ເຈົ້າ​​ແມ່ນ​ທຳຮ້າຍຕົວ​ເອງ, ​ດຽວ​ນີ້, ​ເຈົ້າ​ອາດ​ຈະ​ບໍ່​ສາມາດ​ເຫັນໄດ້​, ​ແຕ່ມັນຈະ​ກ້ຽວ​ຄືນ​ມາ​ໃນ​ທີ່​ສຸດຢ່າງ​ແນ່ນອນ. ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ຜູ້​ອື່ນ, ລ້ວນ​ແຕ່​ແມ່ນ​ເຮັດ​ເພື່ອ​ຕົວ​ເອງ, ນີ້​ແມ່ນ​​ເຫດຜົນຍິ່ງ​​ໃຫຍ່ກວ່າ​ໝູ່​ທີ່​ປະຫວັດສາດ​ສອນ​ໃຫ້​ເຮົາ. ບໍ່​ວ່າ​ເຈົ້າ​ເຮັດ​ຫຍັງ​ໃຫ້​ຜູ້​ອື່ນ, ຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ສຸດ​ທ້າຍ​ນັ້ນ, ຫາກ​ບໍ່​ແມ່ນ​ຜູ້​ອື່ນ, ​​ແມ່ນ​ເຈົ້າ​ເອງ. ດ້ວຍ​ເຫດຜົນ​ດຽວ​ກັນ, ​ເມື່ອ​ເຈົ້າ​ສະຫຼະ​ເພື່ອ​ຜູ້​ອື່ນ, ຜູ້ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດກໍ່​ບໍ່​ແມ່ນ​ຜູ້​ອື່ນ, ​​ກໍ່ແມ່​ນ​​ເຈົ້າ​ເອງ​ນີ້​ລະ!

ມີ​ຊາວນາ​ຜູ້​ໜຶ່ງ, ​ແນວ​ພັນ​ສາລີ​ທີ່​ລາວ​ປູກ ​ໄດ້​ຮັບ​ລາງວັນຜະລິດ​ຕະພັນ​ດີ​ເລີດ​ກວ່າ​ໝູ່​ໃນ​ທຸກ​ປີ. ຫຼັງຈາກ​ໄດ້​ຮັບ​ລາງວັນ​ແລ້ວ, ລາວ​ກໍ່​ຈະ​ເອົາ​ແນວ​ພັນ​ທີ່​ໄດ້​ຮັບ​ລາງວັນ​ນັ້ນ, ​ແຈກ​ຢາຍ​ໃຫ້​ຊາວນາ​ຜູ້​ອື່ນ​​ໂດຍ​ບໍ່​ເຫັນ​ແກ່​ຕົວ.

ມີ​ຄົນ​ຖາມ​ລາວ​ວ່າ, ​ເປັນ​ຫຍັງ​ລາວ​ຈຶ່ງ​ເອື້ອເຟື້ອເພື່ອ​ແຜ່​ປານ​ນີ້?

ລາວ​ຕອບ​ວ່າ: ຂ້ອຍ​ດີ​ຕໍ່​ຜູ້​ອື່ນ, ທີ່​ຈິງ​ແລ້ວ ​ກໍ່ແມ່ນ​ດີ​ຕໍ່​ຕົວ​ເອງ. ລົມ​ພັດ​ເກສອນ​ດອກ​ໄມ້​ໄປ​ທຸກ​ບ່ອນ, ຖ້າວ່າ​ແນວ​ພັນ​ທີ່​ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ປູກ​ນັ້ນ​ບໍ່​ດີ, ​ໃນ​ເວລາ​ເກສອນ​​ແຜ່​ຂະຫຍາຍ, ກໍ່​ຈະ​ກະທົບ​ເຖິງ​ຄຸນ​ນະພາ​ບສາລີ​ຂ້ອຍ. ສະ​ນັ້ນ, ຂ້ອຍ​ດີ​ໃຈຫຼາຍທີ່​ສາມາດ​ປູກ​ແນວ​ພັນ​ດີ​ເລີດ​ຄື​ກັນ​ພ້ອມ​ກັບ​ຊາວນາ​ຄົນ​ອື່ນ.

ຄວາມ​ເວົ້າ​ຂອງ​ລາວ, ຟັງແລ້ວຄື​ວ່າງ່າຍໆ, ​ແຕ່​ພັດ​ມີ​ເຫດຜົນ​ເລິກ​ເຊິ່ງ, ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ຜູ້​ອື່ນ, ​​ໃນ​ທີ່​ສຸດ, ​ກໍ່ແມ່ນ​ເຮັດ​ເພື່ອ​ຕົວ​ເອງ.

ສະ​ນັ້ນ, ຖ້າ​ເຈົ້າຫວັງຢາກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ເຈົ້າ​ຕ້ອງ​ໃຫ້​ຜູ້​ອື່ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດກ່ອນ.

ຄື​ກັນ​ກັບ​ຊາວນາ​ຜູ້​ນັ້ນ, ຖ້າ​ເຈົ້າ​ສາມາດ​ໄດ້​ຮັບ​ແນວ​ພັນ​ດີ​ເລີດ​ກວ່າ​ໝູ່, ​ເຈົ້າ​ກໍ່​ຕ້ອງ​ຢາຍ​ແນວ​ພັນ​ທີ່​ດີ​ເລີດ​ນັ້ນ​ໃຫ້​ຜູ້​ອື່ນ​ກ່ອນ.

​ຖ້າ​ເຈົ້າຫວັງ​ຢາກ​ໄດ້​ຮັບ​ຄວາມ​ຮັກຈາກ​ຄົນ​ອື່ນ, ​ເຈົ້າ​ຕ້ອງ​ຮັກ​ຜູ້​ອື່ນ​ກ່ອນ.

ຖ້າ​ເຈົ້າ​ຫວັງ​ຢາກ​​ໃຫ້​ຜູ້​ອື່ນ​ເອົາ​ໃຈ​ໃສ່, ​ເຈົ້າ​ຕ້ອງ​ເອົາ​ໃຈ​ໃສ່​ຜູ້​ອື່ນ​ກ່ອນ.

ຖ້າ​ເຈົ້າ​ຫວັງ​ຢາກ​ໃຫ້​ຜູ້​ອື່ນ​ດີ​ຕໍ່​ເຈົ້າ, ​ເຈົ້າ​ກໍ່​ຕ້ອງ​ດີ​ຕໍ່​ຜູ້​ອື່ນ​ກ່ອນ.

ນີ້​ແມ່ນ​ຫຼັກສູດ​ທີ່​ຮັບປະກັນ​ທີ່​ສຸດ, ​ເໝາະ​ສົມ​ສຳລັບທຸກ​ສະພາບ​ການ.


ຖ້າ​ເຈົ້າ​ຫວັງ​ຢາກ​ໄດ້​​ເພື່ອນ​ທີ່​ຈິງ​ໃຈ, ​ເຈົ້າ​ຕ້ອງ​ຈິງ​ໃຈ​ຕໍ່​ເພື່ອນ​ມິດ​ກ່ອນ, ​ແລ້ວ​ເຈົ້າກໍ່​ຈະ​ປະກົດ​​ເຫັນວ່າ, ​ເພື່ອນ​ມິດ​ກໍ່​ເລີ່​ມຈິງ​ໃຈ​ຕໍ່​ເຈົ້າ​.

ຖ້າ​ເຈົ້າ​ຫວັງ​ຢາກ​ໄດ້​ຮັບ​ຄວາມ​ດີ​ໃຈ, ​ເຈົ້າ​ກໍ່​ຕ້ອງ​ນຳ​ເອົາ​ຄວາມ​ດີ​ໃຈ​ໃຫ້​ຜູ້​ອື່ນ, ບໍ່​ດົນ, ​ເຈົ້າ​ຈະ​ປະກົດ​ເຫັນ​ວ່າ, ຕົວ​ເອງ​ນັບ​ມື້​ນັບ​ດີ​ໃຈ​ຂຶ້ນ.

ສິ່ງ​ດີ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໃຫ້​ຕົວ​ເອງ, ກໍ່​ແມ່ນ​ເຮັດ​ສິ່ງ​ດີໆ​ໃຫ້​ຜູ້​ອື່ນ.

ສິ່ງ​ທີ່​ຕົວ​ເອງ​ຢາກ​ໄດ້​ຮັບ, ​ເຮັດ​ເພື່ອ​ຜູ້​ອື່ນ​ກ່ອນ. ຢ່າ​ຄຶດ​ນຳ​ຜົນ​ຕອບ​ແທນຫຼາຍ​ເກີນ​ໄປ, ປະຕິບັດ​ຕໍ່​ທຸກ​ຄົນ​ໃນ​ຊີວິດ​ຕົວ​ເອງ​ດ້ວຍຈິດ​ໃຈ​ກວ້າງຂວາງ, ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບຄວາມສຸກ​ໃນ​ໃຈ​ຄວາມ​ມ່ວນ​ຊື່ນ​ທີ່​ປະ​ເສີດ​ກວ່າ​ໝູ່​ຢ່າງ​ທຳ​ມະ​ຊາດ. ​ເຮັດ​ໃຈ​ບຸນ​ກັບຜູ້​ອື່ນ, ກໍ່​​ເໝືອນ​ດັ່ງ​ເຮັດ​ນາ​ແຫ່ງ​ຄວາມສຸກ​ໃຫ້​ຕົວ​ເອງ, ​ເຮົາ​ປູກ​ແນວ​ພັນ​ແຫ່ງ​ຄວາມ​ໃຈ​ບຸນ​ໃນ​ມື້​ນີ້, ກໍ່ຈະ​ໄດ້​ຮັບຜົນ​ບຸນ​ໃນ​ມື້​ໜ້າ​ຢ່າງ​ແນ່ນອນ.