
ຜູ້ທີ່ລອຍນ້ຳບໍ່ເປັນນັ້ນ, ປ່ຽນສະລອຍນ້ຳຕະຫຼອດກໍ່ບໍ່ຫ່ອນຈະຊ່ວຍໃຫ້ລາວລອຍເປັນ, ຜູ້ທີ່ບໍ່ຮູ້ຖະໜອມຫວງແຫນຄວາມຮັກ, ປ່ຽນແຟນຕະຫຼອດກໍ່ແກ້ໄຂບັນຫາບໍ່ໄດ້, ຜູ້ທີ່ບໍ່ມີຄວາມສາມາດໃນການເຮັດວຽກ, ປ່ຽນວຽກຕະຫຼອດກໍ່ບໍ່ຫ່ອນຈະຍົກຄວາມສາມາດຂຶ້ນໄດ້, ຜູ້ທີ່ບໍ່ຮູ້ເບີ່ງແຍງແລະບໍ່ມີຄວາມຮັບຜິດຊອບຕໍ່ຄອບຄົວຕົນ, ຈະປະຜົວເມຍເທື່ອແລ້ວເທື່ອອີກກໍ່ບໍ່ຫ່ອນຈະແກ້ໄຂບັນຫາໄດ້, ຜູ້ທີ່ບໍ່ຮູ້ຫຼັກການໃນການເຮັດວຽກ, ບໍ່ຫ່ອນຈະໄດ້ຮັບຜົນສຳເລັດ, ຜູ້ທີ່ບໍ່ຮູ້ຮັກສາສຸຂະພາບຂອງຕົນ, ຈະກິນຢາຫຼາຍເທົ່າໃດ, ອຸປະກອນການແພດຈະດີເທົ່າໃດ, ກໍ່ບໍ່ຫ່ອນຈະໃຫ້ລາວມີສຸຂະພາບທີ່ແຂງແຮງໄດ້.
ຖ້າຢາກປ່ຽນແປງສະພາບຕົວຈິງ, ຕ້ອງປ່ຽນຕົວເອງກ່ອນ. ເຈົ້າເອງປ່ຽນແລ້ວ, ທຸກເລື່ອງກໍ່ຈະປ່ຽນ. ຊີວິດຂອງເຈົ້າ ແມ່ນເຈົ້າເອງປະດິດສ້າງຂຶ້ນ, ທຸກສິ່ງທີ່ຂຶ້ນກັບເຈົ້າ ກໍ່ແມ່ນເຈົ້າເອງສ້າງອອກມາແລະແລກປ່ຽນມາ. ຈິດໃຈຂອງເຈົ້າເປັນແນວໃດ, ຊີວິດຂອງເຈົ້າກໍ່ຈະເປັນແນວນັ້ນ!
ການຈົ່ມວ່າຕະຫຼອດເປັນເລື່ອງງ່າຍ, ການຕີລາຄາຕໍ່ຜູ້ອື່ນຫຼືຍຸຸກສະໄໝກໍ່ແມ່ນເລື່ອງງ່າຍ, ແຕ່ທຳຄວາມພະຍາຍາມເພື່ອປ່ຽນຕົວເອງແລະໂລກພາຍນອກຈັກໜ້ອຍໜຶ່ງ ກໍ່ເປັນເລື່ອງຍາກ. ແຕ່ວ່າ, ເຖິງຈະເປັນຄວາມພະຍາຍາມໜ້ອຍດຽວ ກໍ່ມີຄວາມໝາຍສຳຄັນກວ່າການຕີລາຄາຕໍ່ຍຸກສະໄໝໜຶ່ງ.
ຖ້າທ່ານຄຶດວ່າ ໂລກນີ້ບໍ່ດີ, ກໍ່ທຳຄວາມພະຍາຍາມເພື່ອເຮັດໃຫ້ມັນດີຂຶ້ນ, ຖ້າທ່ານຄຶດວ່າ ໂລກນີ້ຍັງຂາດຫຍັງ, ກໍ່ໄປສ້າງສິ່ງນັ້ນອອກມາໃຫ້ໂລກນີ້. ນີ້ກໍ່ແມ່ນຄະຕິເຕືອນໃຈຂອງວິໄລວັນເອງ, ແບ່ງປັນກັບຜູ້ຟັງທັງຫຼາຍ, ຫວັງວ່າຈະມີປະໂຫຍດຕໍ່ທ່ານບໍ່ຫຼາຍກໍ່ໜ້ອຍ!