ຍ້ອນ​ເຈົ້າ​ໄດ້​ສະຫຼະຫຼາຍ

(GMT+08:00) 2014-08-12 10:20:40     cri

ເປັນຫຍັງ ​​ເມື່ອບໍລິສັດ​​ໃດ​ໜຶ່ງ​ພົບ​ບັນຫາ​ຫຍຸ້ງຍາກ​ແລ້ວ, ​ເຖິງ​ຈະ​ຍາກ​ປານ​ໃດ ​ເຈົ້າ​ຂອງ​ບໍລິສັດ​ກໍ່​ບໍ່ຫ່ອນ​ຈະ​ເຊົາ​ທຳ​ຄວາມ​ພະຍາຍາມ​ໂດຍ​​​​ໄວ​ໄດ້, ຈະ​ຫາ​ທຸກ​ວິທີ​ທາງ​ເພື່ອ​ແກ້​ໄຂ​ບັນຫາ? ​ແຕ່​ກຳມະກອນພັດ​ຈະລາ​ຈາກ​ບໍລິສັດ​ໂດຍ​ໄວ?

​ເປັນ​ຫຍັງ ​ເມື່ອ​ຜົວ​ເມຍ​ສອງ​ຄົນ​ເຖິງ​ຈະ​ຜິດ​ຖຽງ​ກັນ​ແຮງ​ປານ​ໃດ ກໍ່​ບໍ່ຫ່ອນ​ຈະ​ປະກັນ​ຢ່າງ​​ໄວວາ? ​ແຕ່ຄົນທີ່​ເປັນ​ແຟນກັນ​ພັດ​​ປະກັນ​ຍ້ອນ​ເລື່ອງ​ເລັກໆ​ນ້ອຍໆ​ຢ່າງ​ງ່າຍ​ດາຍ?

ຄຳ​ຕອບ​ຂອງ​ສອງ​ຄຳ​ຖາມ​ດັ່ງ​ກ່າວອາດ​ຈະ​ແມ່ນ: ລະດັບກຳລັງ​ແຮງ​ທີ່​ເຈົ້າ​ສະຫຼະ​ເພື່ອ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແລະ​ການ​ພົວພັນ​ໃດ​ໜຶ່ງ ຈະ​ຕັດ​ສິນ​​ເຈົ້າ​ສາມາດຮັບ​ເອົາ​​ແຮງ​ກົດ​ດັນ​ໄດ້ຫຼາຍປານ​ໃດ, ສາມາດ​ຍຶດໝັ້ນ​ໃນ​ເວລາ​ດົນ​ປານ​ໃດ, ​ແລະສາມາດ​ໄດ້​ຮັບ​ຜົນສຳ​ເລັດຫຼາຍປານ​ໃດ.

ຍ້ອນ​ເຈົ້າ​ໄດ້​ສະຫຼະຫຼາຍ​ເພື່ອ​ເລື່ອງ​ໃດ​ເລື່ອງ​ໜຶ່ງ, ​ເຈົ້າ​ຈຶ່ງ​ຍອມຮັບ​ເອົາ​ແຮງ​ກົດ​ດັນ​​ໄດ້ຫຼາຍ, ​ເຈົ້າ​ຈຶ່ງ​ຍອມ​ຍຶດໝັ້ນ​ເປັນ​ເວລາ​ດົນ, ​ເຈົ້າ​ຈຶ່ງ​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ.