ການ​ຕູ່​ຫາ​ວ່າ​ຮ້າຍທີ່​ເຈົ້າ​ສາມາດ​ອົດທົນ​ໄດ້​ນັ້ນ ຈະ​ຕັດ​ສິນວ່າ​ເຈົ້າ​​ເປັນ​ຄົນປະ​ເພດ​ໃດ

(GMT+08:00) 2014-08-12 10:20:43     cri

ຈົວ​ນ້ອຍ​ຖາມ​ອາຈານ​ວ່າ: ​ບາງ​ເທື່ອ​ອາຈານ​ດ່າ​ຕີ​ຂະ​ນ້ອຍ, ​ແຕ່​ບາງ​ເທື່ອ​ພັດ​ສຸພາບຮຽບຮ້ອຍ, ​ສາ​ເຫດ​ພາ​ໃຫ້​ມີ​ທ່າ​ທີ​ຕ່າງ​ກັນຫຼາຍ​ແມ່ນ​ຫຍັງ?

ອາຈານ​ຕອບ​ວ່າ: ຕໍ່ຄົນ​ລະດັບ​ສູງ, ຖ້າ​ຢາກ​ຊີ້​ບອກ​ເຫດຜົນ​ໃດ​ໜຶ່ງ​ໃຫ້​ລາວ​ຮູ້, ​ເວົ້າ​ແບບຈິງ​ໃຈ ກົງ​ໄປ​ກົງ​ມາ​ຕໍ່​ລາວ​ໄດ້, ດ່າ​ໄດ້ ຕີ​ໄດ້. ຕໍ່​ຄົນ​ລະດັບ​ກາງ, ລາວ​ຮັບ​ເອົາ​ການ​ດ່າ​ການ​ຕີ​ບໍ່​ໄດ້, ຖ້າ​ຢາກ​ໃຫ້​ລາວ​ຮູ້​​ເຫດຜົນຫຍັງ, ຄວນ​ສອນ​ດ້ວຍ​ການປຽບທຽບ, ​ເວົ້າ​ແບບ​ອ້ອມ​ຈຶ່ງ​ໄດ້. ຕໍ່​ຄົນ​ລະດັບ​ຕ່ຳ, ຕ້ອງ​ຍີ້ມ​ໃສ່​ລາວ, ​ເວົ້າ​ແບບ​ນຸ້ມນວນ, ​ເພາະ​ຄົນ​ແບບ​ນີ້ ບໍ່​ມີຄວາມ​ໃຈກວ້າງ, ອ່ອນ​ໄຫວຫຼາຍ, ສະ​ນັ້ນ, ​ໃນ​ການ​ຄົບ​ຄ້າ​ສະມາຄົມ​ກັບ​ລາວ, ມີ​ແຕ່​ໃຊ້​ທ່າ​ທີ​ທຳ​ມະ​ດາ​ຕໍ່​ລາວ.

​ເລື່ອ​ງນີ້, ຟັງ​ແລ້ວ​ແປກ​ໜ້ອຍ​ໜຶ່ງ, ​ແຕ່​ມັນ​ຊີ້​ບອກ​ເຮົາ​ເຫດຜົນ​ຢ່າງ​ໜຶ່ງ, ນັ້ນ​ກໍ່​ຄື: ການ​ການຕູ່​ຫາ​ວ່າ​ຮ້າຍທີ່​ເຈົ້າ​ສາມາດ​ອົດທົນ​ໄດ້​ນັ້ນ ຈະ​ຕັດ​ສິນວ່າ​ເຈົ້າ​​ເປັນ​ຄົນປະ​ເພດ​ໃດ.

ວິ​ໄລ​ວັນ​ຍັງ​ຈື່​ຄວາມ​ເວົ້າ​ຄວາມ​ໜຶ່ງ​ທີ່​ອ່ານ​ໃນ​ເວລາ​ຮຽນຢູ່​ໂຮງຮຽນ​ມັດທະຍົມ, ທີ່​ເວົ້າ​ວ່າ: ສິ່ງ​ດີໆ​ງາມໆ​ໃນ​ໂລກ​ນີ້ ລ້ວນ​ແຕ່​ຕ້ອງ​ແລກ​ມາ​ດ້ວຍຄ່າ​ຕອບ​ແທນ​ແຫ່ງ​ຄວາມ​ເຈັບ​ປວດ, ​ແຫ່ງ​ດີງາມ, ​ແຫ່ງ​ເຈັບ​ປວດ.