​ຜົນສຳ​ເລັດ​ແມ່ນ​ແລກປ່ຽນ​ດ້ວຍ​ການ​ອົດທົນ

(GMT+08:00) 2014-08-12 10:20:47     cri


ໃນ​ສັງຄົມ​ນີ້, ທຸກ​ຄົນ​ກໍ່​ຍິນ​ດີແລະ​ນັບຖືບຸກຄົນ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ວົງ​ການ​ຕ່າງໆ, ຍັງ​ມີ​ວິຊາ​ການ​ທີ່​ຄົ້ນຄວ້າ​ກ່ຽວ​ກັບຫຼັກການ​​ໃນ​ການສະ​ແຫວ​ງຫາ​ຜົນສຳ​ເລັດ ທີ່​ມີ​ຊື່​ແປ​ເປັນ​ພາສາ​ລາວວ່າ "ຜົນສຳ​ເລັດ​ສາດ" ນັກທຸລະກິດ​ຫວັງ​ຢາກ​ໄດ້​ຮັບ​ກຳ​ໄລຊັບ​ສິນ​ເງິນ​ຄຳ​ຢ່າງຫຼວງຫຼາຍ, ​ຜູ້​ເປັນ​ເຈົ້າ​ເປັນ​ນາຍ​ຫວັງ​ຢາກ​ຂຶ້ນ​ຕຳ​ແໜ່ງ, ສ່ວນ​ນັກຮຽນ​ກໍ່​ຫວັງ​ຢາກ​ໄ​ດ້ຮັບ​ຄະ​ແນນ​ສູງ……ສິ່ງ​ເຫຼົ່ານີ້​ແມ່ນຜົນສຳ​ເລັດ​ບໍ່? ​​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ?


ມີ​ນັກ​ປະພັນ​ຈີນ​ຜູ້​ໜຶ່ງ​ເຄີຍ​ເວົ້າ​ວ່າ: ຄວາມ​ຍິ່ງ​ໃຫຍ່ ​ແລະ​ຜົນສຳ​ເລັດ​ແມ່ນ​ແລກປ່ຽນ​ດ້ວຍ​ການ​ອົດທົນ. ​ເປັນ​ຫຍັງ​ຈຶ່ງ​ວ່າ​ຈັ່ງ​ຊັ້ນ? ​ເພາະຜູ້​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ​ຕ້ອງ​ອົດທົນ​ຕໍ່​ອຸປະສັກ​ນາໆ​ປະການ​ທີ່ຄົນ​ທຳ​ມະ​ດາອົດທົນ​ບໍ່​ໄດ້, ຄົນທຳ​ມະ​ດາຕ້ອງການ​ຜູ້​ອື່ນ​ເຂົ້າ​ໃຈ​ແລະອອຍ​ໃຈ, ​ແຕ່​​ເຈົ້າ​ພັດ​ບໍ່​ມີ, ຄົນທຳ​ມະ​ດາ​​ກ່າວ​ຕິຕຽນ​ແລະ​ຈົ່ມວ່າຢູ່​ຕະຫຼອດ ​ເພື່ອ​ລະບາຍ​ອາລົມ, ​ແຕ່​ເຈົ້າພັດຕ້ອງ​ໄດ້​ເຫັນ​ຄວາມ​ຮັກ​ແລະ​ຄວາມ​ຫວັງ, ສາມາດ​ຫັນ​ເລື່ອງ​ບໍ່​ດີ​ເປັນ​ເລື່ອງ​ດີ, ສາມາດຫວານ​ອົມ​ຂົມກືນຢ່າງ​ບໍ່​ມີການ​ຈົ່ມ​ວ່າ, ຄົນ​ທຳ​ມະ​ດາຕ້ອງການ​ອາ​ໄສ​ບ່າ​ຂອງ​ຜູ້​ອື່ນ, ​ແຕ່​ເຈົ້າຕ້ອງ​​ເອົາບ່າ​ຂອງ​ຕົນໃຫ້​ຜູ້​ອື່ນ​​ອາ​ໄສ.

ສິ່ງ​ທີ່​ຍາກ​ທີ່​ສຸດ​​ບົນ​ເສັ້ນທາງ​ສະ​ແຫວ​ງຫາ​ຜົນສຳ​ເລັດ, ບໍ່​ແມ່ນ​ການ​ປະຕິ​ເສດ​ແລະ​ຄວາມ​ບໍ່​ເຂົ້າ​ໃຈ​ຂອງ​ຜູ້​ອື່ນ, ບໍ່​ແມ່ນຄວາມ​ຫຍຸ້ງຍາກ, ພັດ​ແມ່ນ​ທ່າ​ທີ​ຂອງ​​ເຈົ້າ​ເອງ, ​ເຈົ້າ​ຍອມປ່ຽນ​ແປງ​ ຍອມ​ອົດທົນ ຍອມປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ເທື່ອ​ແລ້ວ​ເທື່ອ​ອີກ ເພື່ອ​ຄວາມ​ຝັນ​ຂອງ​ເຈົ້າ​ບໍ່? ທ່າທີ​ທີ່​ຕ່າງ​ກັນ ພາ​ໃຫ້​ທຸກ​ຄົນ​​​ກ້າວ​ໄປ​ສູ່​ຊີວິດ​ທີ່​ຕ່າງ​ກັນ!