ຜູ້ທີ່ມັກເສຍຄວາມພະຍາຍາມຫຼາຍໃນການຢືນຢັນຕົວເອງເພື່ອໄດ້ຮັບການຕີລາຄາຢ່າງດີຈາກຜູ້ອື່ນ, ສ່ວນຫຼາຍຈະແມ່ນຄົນທີ່ບໍ່ຮູ້ຮັກຕົວເອງແລະບໍ່ໄດ້ຮັບຄວາມຮັກຈາກຜູ້ອື່ນ, ແລະກໍ່ຂາດຄວາມໝັ້ນໃຈຕໍ່ຕົວເອງ, ບໍ່ເຫັນຈຸດດີຈຸດເດັ່ນຂອງຕົນ.
ຮັກຕົວເອງ, ບໍ່ໝາຍຄວາມວ່າ ຊື້ເຄື່ອງນຸ່ງງາມໆໃຫ້ຕົວເອງ, ບໍ່ໝາຍຄວາມວ່າ ຊື້ເຄື່ອງເອ້ທີ່ລ້ຳຄ່າມາໃສ່, ບໍ່ໝາຍຄວາມວ່າ ກິນອາຫານທີ່ດີທີ່ສຸດ, ພັກຢູ່ໂຮງແຮມທີ່ຫຼູຫຼາ, ແລະກໍ່ບໍ່ແມ່ນຂັບລົດທີ່ລາຄາແພງ. ສິ່ງທີ່ວິໄລວັນຫາກໍ່ເວົ້າເຖິງໃນມື້ກີ້ ລ້ວນແຕ່ແມ່ນເຄື່ອງປະດັບຊີວິດຊື່ໆ.
ການທີ່ຮັກຕົວເອງ ແມ່ນເຈົ້າຈະຕ້ອງເອົາໃຈໃສ່ຕົວເອງ, ເຂົ້າໃຈຕົວເອງ, ຮັບເອົາຈຸດດີຈຸດເດັ່ນ ກໍ່ຄືຂໍ້ຂາດຕົກບົກຜ່ອງຂອງຕົນໝົດ, ນີ້ຄືທາດແທ້ແລະພື້ນຖານແຫ່ງຄວາມຮັກ. ຖ້າບໍ່ມີພື້ນຖານນີ້, ດວງໃຈຂອງເຈົ້າກໍ່ບໍ່ຫ່ອນຈະມີບ່ອນເພີ່ງພາອາໄສຕະຫຼອດ.
ຫວ່າງກ່ອນນີ້ບໍ່ດົນ ວິໄລວັນໄດ້ອ່ານປຶ້ມໜຶ່ງກ່ຽວກັບການສຶກສາເດັກນ້ອຍ, ປຶ້ມນີ້ຊື່ວ່າ: "ການເບີ່ງແຍງຢ່າງບໍ່ມີເງື່ອນໄຂລ່ວງໜ້າ". ແນວຄິດຂອງຜູ້ແຕ່ງແມ່ນ: ຖ້າເຮົາຮັກລູກຂອງຕົນແທ້, ກໍ່ບໍ່ຄວນບັງຄັບໃຫ້ລາວໄປສະແຫວງຫາຈຸດປະສົງຕ່າງໆທີ່ເຮົາຕັ້ງໄວ້, ຮັກລູກ ໝາຍຄວາມວ່າ ຮັບໄດ້ໝົດທຸກສິ່ງຂອງລູກ ເຊິ່ງລວມທັງຈຸດດີຈຸດເດັ່ນ ແລະຂໍ້ຂາດຕົກບົກຜ່ອງ, ນິດໄສໃຈຄໍທຸກສິ່ງທຸກຢ່າງບໍ່ວ່າຊິເປັນແນວໃດກໍ່ຕາມ. ຮັກລູກ ໝາຍຄວາມວ່າ ບໍ່ບັງຄັບໃຫ້ລູກໄປສະແຫວງຫາຄວາມຝັນຂອງເຮົາ ທີ່ບໍ່ແມ່ນຄວາມຝັນຂອງລາວ, ຮັກລູກ ໝາຍຄວາມວ່າ ສະໜອງເງື່ອນໄຂອີງຕາມສະພາບຕົວຈິງ ເພື່ອຊ່ວຍເຫຼືອລາວ ເຕີບໃຫຍ່ຂຶ້ນເປັນໂຕລາວເອງ. ນີ້ຄືການຮັກລູກ, ຫັນມາໃຊ້ໃນໂຕເຮົາເອງກໍ່ຄືກັນ. ຮັກຕົວເອງ, ກໍ່ໝາຍຄວາມວ່າ ມີຄວາມໝັ້ນໃຈຕໍ່ຕົວເອງ, ເຖິງແມ່ນວ່າ ເຮົາບໍ່ແມ່ນຄົນທີ່ຈົບງາມດີເດັ່ນໃນທຸກດ້ານ, ໝາຍຄວາມວ່າ, ເຮົາຄວນສະແຫວງຫາຈຸດປະສົງຂອງຕົວເອງ ຫາກບໍ່ແມ່ນຂອງຜູ້ອື່ນ.
ສະນັ້ນ, ທ່ານລອງສຳນຶກເບີ່ງດຸວ່າ ຕົວເອງກຳລັງພະຍາຍາມ ຢືນຢັນຕົວເອງເພື່ອການຕີລາຄາຂອງຜູ້ອື່ນບໍ່? ເມື່ອທ່ານສຳນຶກເຫັນແລ້ວ, ທ່ານກໍ່ຈະຮູ້ວ່າ ຕົວເອງບໍ່ຕ້ອງຢືນຢັນອີກແລ້ວ, ເມື່ອທ່ານບໍ່ພະຍາຍາມຢືນຢັນອີກ, ສະເໜ່ຂອງທ່ານກໍ່ຈະເປັ່ງແສງອອກມາ, ຄວາມດີງາມຂອງທ່ານກໍ່ຈະບານຄືດອກໄມ້ແລ້ວ.