ມີບົ້ງໂຕໜຶ່ງເຫັນແມງກະເບື້ອບິນຢູ່ທ່າມກາງດອກໄມ້ນາໆຊະນິດຫຼາຍຫຼາກສີ, ຮູ້ສຶກອິດສາຫຼາຍ, ເລີຍຖາມແມງກະເບື້ອວ່າ: "ແມງກະເບື້ອ, ຂ້ອຍກໍ່ສາມາດບິນຄືເຈົ້າໄດ້ບໍ່?" ແມງກະເບື້ອຕອບວ່າ: "ໄດ້. ແຕ່ວ່າ, ມີເງື່ອນໄຂ 2 ຢ່າງ, ຄື 1 ເຈົ້າຢາກບິນ, 2 ເຈົ້າມີຄວາມກ້າຫານເພື່ອທົນຄວາມເຈັບປວດໃນການອອກຈາກເປືອກດັກແດ້." ບົ້ງເວົ້າວ່າ: "ການອອກຈາກດັກແດ້ກໍ່ໝາຍຄວາມວ່າ ຂ້ອຍຕາຍແລ້ວ." ແມງກະເບື້ອຕອບວ່າ: "ໃນຖານະເປັນບົ້ງ, ແມ່ນເຈົ້າຕາຍແລ້ວ, ແຕ່ວ່າ, ໃນຖານະເປັນແມງກະເບື້ອ, ເຈົ້າແມ່ນຫາກໍ່ເກີດໃໝ່."
ບົ້ງຕ້ອງອົດທົນຄວາມເຈັບປວດໃນການອອກຈາກເປືອກດັກແດ້ກ່ອນ ແລ້ວຈຶ່ງສາມາດກາຍເປັນແມງກະເບື້ອທີ່ສວຍງາມແລະບິນໄດ້. ບົ້ງຢ້ານວ່າ ມັນອອກຈາກເປືອກດັກແດ້ແລ້ວ ຈະເສຍຊີວິດ, ແຕ່ຊ້ຳພັດເກີດມາເປັນແມງກະເບື້ອທີ່ສວຍງາມແລະບິນໄດ້. ສະນັ້ນ, ຄວາມເຈັບປວດນັ້ນ ບໍ່ແມ່ນໄພພິບັດ, ພັດແມ່ນໂອກາດສຳລັບບົ້ງ ເພື່ອຊ່ອຍໃຫ້ມັນກາຍເປັນແມງກະເບື້ອ ມີຊີວິດແບບໃໝ່.
ໃນຊີວິດຕົວຈິງ, ທຸກຄົນກໍ່ຈະພົບອຸປະສັກຕ່າງໆນາໆ, ຖ້າເຮົາທໍ້ຖອຍ, ຈະຖືກອຸປະສັກຜາບແພ້, ບໍ່ສາມາດກ້າວໄປໜ້າອີກ. ແຕ່ຖ້າເຮົາມີຄວາມກ້າຫານແລະມີຄວາມຕັດສິນໃຈ, ພະຍາຍາມສຸດຂີດ ເພື່ອເອົາຊະນະມັນ, ເຖິງຈະຍາກຫຼາຍ, ແຕ່ເຮົາພັດຈະໄດ້ຮັບການຫຼໍ່ຫຼອມ, ບົດຮຽນ, ຄວາມກ້າວໜ້າແລະອະນາຄົດທີ່ດີກວ່າເກົ່າ. ຕໍ່ໄປ, ແຫ່ງຈະມີຄວາມໝັ້ນໃຈຕໍ່ຕົວເອງຫຼາຍຂຶ້ນ.
ສະນັ້ນ, ບໍ່ວ່າເລື່ອງໃດ, ເຮົາກໍ່ບໍ່ຄວນເບີ່ງໃນໄລຍະສັ້ນ. ໂດຍສະເພາະໃນເວລາພົບເລື່ອງບໍ່ດີ, ເບີ່ງໃນໄລຍະສັ້ນ, ທ່ານອາດຈະຮູ້ສຶກວ່າ, ໂລກນີ້ບໍ່ຍຸດຕິທຳ, ແຕ່ມື້ໜ້າ, ເມື່ອທ່ານຫວນຄືນ, ແລະເບີ່ງໃນໄລຍະຍາວແລ້ວ, ໂລກນີ້ແມ່ນມີຄວາມຍຸດຕິທຳທີ່ສຸດ. ຄວາມທຸກຄວາມສຸກ ໝູນວຽນປ່ຽນໄປຕະຫຼອດ, ບໍ່ມີໃຜກຳໄດ້, ແລະກໍ່ປະຕິເສດບໍ່ໄດ້, ນີ້ຄືຄວາມຈິງຂອງຊີວິດ.