​​​ຢູ່​ນຳ​ກັນ​ກັບ​ຄົນ​ແບບ​ໃດ ​ມັນ​ສຳຄັນຫຼາຍ

(GMT+08:00) 2014-09-09 10:52:39     cri



孟子 ​ເປັນ​ນັກ​ປັດ​ຊະ​ຍາ​ທີ່​ມີ​ຖານະສຳຄັນຫຼາຍ. ​ໃນ​ເວລາ孟子 ຍັງ​ເປັນ​ເດັກນ້ອຍ, ​ແມ່​ຂອງ​ເພິ່ນ​ໄດ້​ຍ້າຍ​ເຮືອນ 3 ​ເທື່ອ. ທຳ​ອິດ, ​​ເຂົາ​ເຈົ້າ​ພັກ​ຢູ່​ໃກ້ປ່າຊ້າ, 孟子 ທີ່​​ເປັນ​ເດັກ​ບໍ່​ຮູ້​ດຽງສາກໍ່​​ເລີ່​ມຮຽນນຳ​ຜູ້​ອື່ນ​​ໄຫ້ ນົບ. ​ແມ່​ເພິ່ນ​ເຫັນ​ແລ້ວ, ຕັດ​ສິນ​ໃຈ​ຍ້າຍ​ເຮືອນ. ​ເພິ່ນ​ພາ孟子​ຍ້າຍ​ໄປ​ອາ​​ໃສ​ຢູ່​ໃກ້​ຕະຫຼາດ, ບໍ່​ດົນ, 孟子 ​ເລີ່​ມຮຽນ​ການ​ຄ້າຂາຍ​ແລະຊອຍ​ຊິ້ນ. ​ແມ່​ເພິ່ນ​ຄຶດ​ວ່າ ບ່ອນ​ແບບ​ນີ້​ຍັງ​ບໍ່​​​ແມ່ນ​ບ່ອນ​ທີ່ເໝາະສົມ​ສຳລັບ​ການ​ສອນ​ເດັກນ້ອຍ, ຕໍ່​ມາ, ​ເລີຍ​ຍ້າຍ​ໄປ​ໃກ້ກັບ​ໂຮງຮຽນ, 孟子 ​ກໍ່ຄ່ອຍໆ​ຄ່ຽມ​ຄົມ​ຂຶ້ນ, ສຸພາບຮຽບຮ້ອຍ. ​ແມ່​ເພິ່ນ​ເວົ້າ​ວ່າ: ນີ້​ຈຶ່ງ​ແມ່ນ​ບ່ອນ​ທີ່​ເໝາະ​ສຳລັບ​ເດັກນ້ອຍ​ພັກ​ເຊົາ, ​​ຫຼັງຈາກ​ນັ້ນ, ບໍ່​ໄດ້​ຍ້າຍ​ໄປ​ບ່ອນ​ອື່ນ​ອີກ. ​

​ແມ່ຂອງ孟子 ​​ເອົາ​ໃຈ​ໃສ່​ນຳ​ການ​ສຶກສາລູກຫຼາຍ, ​ເມື່ອ孟子 ​​ໃຫຍ່​ຂຶ້ນ​ແລ້ວ, ກໍ່​ບໍ່​ໄດ້​ເຮັດ​ໃຫ້​ແມ່​ຜິດ​ຫວັງ, ​​ໃນ​ປະຫວັດສາດ​ຂອງ​ຈີນ, 孟子 ​ຖືກ​ຖື​ເປັນ​ນັກ​ປັດ​ຊະ​ຍາ​ທີ່ຖານະ​ບົດບາດ​ຖັດຈາກ ຂົງຈື້.
​ເລື່ອງ​ນີ້ບອກ​ຄົນ​ທັງຫຼາຍວ່າ, ​ດຳລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ແບບ​ໃດ ມັນ​ສຳຄັນຫຼາຍ. ຖ້າ​ເຈົ້າ​ຫວັງ​ຢາກ​ປິນຂຶ້ນ​ສູ່​ທ້ອງຟ້າ​ເໝືອນ​ດັ່ງ​ແຮ້ງ, ກໍ່​ຢ່າຢູ່​ນຳ​ກັນ​ກັບ​ໄກ່, ຖ້າ​​ເຈົ້າ​ຫວັງ​ຢາກ​ແລ່ນ​ໄວ​ປານ​ໂຕ​ສິງ, ກໍ່​ຢ່າ​ຢູ່​ນຳ​ກັນ​ກັບ​​ໝາ.​ ​ເລື່ອງ​ນີ້​ແມ່ນ​ມີ​ເຫດຜົນ.

ຖ້າ​ທ່ານ​ຢາກກາຍ​ເປັນ​ຄົນ​ສະຫຼາດ, ກໍ່​ຄວນ​ຢູ່​ນຳ​ກັນ​ກັບ​ຄົນ​ສະຫຼາດ, ​ຖ້າ​ທ່ານ​ຢາກ​ກາຍ​ເປັນ​ຄົນ​ດີ​ເດັ່ນ, ກໍ່​ຄວນ​ຢູ່​ນຳ​ກັນ​ກັບ​ຄົນ​ດີ​ເດັ່ນ, ​ແລ້ວ​​ກໍ່​ຈະ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ມື້​​ໃດ​ມື້ໜຶ່ງ. ສຸພາສິດ​ຈີນ​ເວົ້າ​ວ່າ: 物以类聚,人以群分, ມີ​ຄວາມ​ໝາຍວ່າ: ​ເຄື່ອງ​ຂອງ​ແບ່ງ​ຕາມ​ປະ​ເພດ, ຄົນ​ຈຳ​ແນ​ກຕາມ​ກຸ່່ມ. ​ເບີ່​ງໝູ່​ຂອງ​ຄົນ​ຜູ້​ໜຶ່ງ​ ກໍ່​ຈະ​ຮູ້​ວ່າ ຄົນ​ນັ້ນ​ເປັນ​ຄົນ​ປະ​ເພດ​​ໃດ​ໂລດ. ຖານະ​ບົດບາດ​ຂອງ​ຄົນ​ຜູ້​ໜຶ່ງ​ແມ່ນ​ຕັດ​ສິນ​ໂດຍ​ໝູ່​ເພື່ອນ​ຂອງ​ເພິ່ນ. ຜູ້​ທີ່​ມີ​ໝູ່​ເພື່ອນດີ​ເດັ່ນຫຼາຍ, ຈະ​ມີ​ຖານະ​ບົດບາດ​ອ່າວ​ສູງ, ​ເພາະ​ສາ​ເຫດ​ທີ່​ພາ​ໃຫ້​ພວກ​ເພິ່ນ​ເລືອກ​ທ່ານ​ເປັນ​ໝູ່​ເພື່ອນ ອາດ​ຈະ​ແມ່ນ​ຍ້ອນ​ທ່ານ​ກໍ່​ມີ​ຈຸດ​ດີ​ຈຸດ​ເດັ່ນ​ຄື​ກັນ. ​ແລະຖ້າທ່ານ​ຢູ່​ນຳ​ກັນ​ກັບ​ຄົນ​ດີ​ເດັ່ນ​ເລື້ອຍໆ, ກໍ່​ສາມາດ​ຮຽນ​ເອົາ​ຈຸດ​ດີ​ເດັ່ນ​ຂອງ​ພວກ​ເພິ່ນ​ໄດ້, ​ເພີ່ມ​ຄວາມ​ດີ​ເດັ່ນ​ຂອງ​ຕົນ​ໄດ້, ບາງທີ ຍັງ​ຈະ​ນຳ​ເອົາ​ໂອກາດ​ທີ່ດີ​ໃຫ້​ທ່ານ​ກໍ່​ອາດ​​ເປັນ​ໄປ​​ໄດ້.
ຢູ່ນຳ​ກັນ​ກັບ​ຄົນ​ຕ່າງ​ກັນ, ຈະ​ມີ​ຊີວິດ​ທີ່​ຕ່າງ​ກັນ, ຄວາມ​ຮັກ, ການສ້າງ​ຄອບຄົວ, ວຽກ​ງານ, ລ້ວນ​ແຕ່​ເປັນ​ແບບ​ນີ້. ສະ​ນັ້ນ, ​ໃນ​ເວລາ​ຄົບ​ຄ້າ​ສະມາຄົມ, ທ່ານ​​ຄວນ​ຈະ​ໃຊ້​ເວລາ​ຄຶດ​​ໃນ​ໃຈ​ຢ່າງ​ຄັກ​ແນ່ ກ່ອນ​ຈະ​ຕັດສິນ​ໃຈ​ເລືອກ.

1 2