ຂໍ້​ມູນ​ເອກະສານ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ສປຈີນ​ໃນການ​ປົດ​ປ່ອຍ​ໂດຍ​ສັນຕິ​ຂອງ​ເຂດ​ຕິ​ເບ​ດ

(GMT+08:00) 2014-09-28 16:54:55     cri

ແຕ່​ສະ​ໄໝ​ບູຮານ​ເປັນ​ຕົ້ນ​ມາ​ເຂດຕິ​ເບ​ດ​ກໍ​ເປັນສ່ວນ​ປະກອບສ່ວນ​ໜຶ່ງ​ຂອງຈີນນັ້ນ.ແຕ່ສະ​ໄໝ​ສົງຄາມ​ຝິ່ນປີ1840​ເປັນ​ຕົ້ນ​ມາ​,ຈີນ​ໄດ້​ຖືກ​ພວກ​ຈັກກະ​ພັດ​ນິຍົມຮຸກຮານ​​ກ່ອນໄດ້ຮັບການປົດປ່ອຍໂດຍສັນຕິ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ຂອງ​ເຂດເຂດ​ຕິ​ເບ​ດ​ໄດ້​ຕົກ​ຢູ່​ໃນ​ກຳລັງ​ຂອງ​ອິດທິກຳລັງ​ແບ່​ງ​ແຍກ​ຈາກອັງກິດ​ນິຍົມ.​ ເພື່ອ​ທັບ​ມ້າງ​ກົນອຸບາຍ​ທີ່​ຫວັງ​ຢາກ​ສ້າງ​ຄວາມ​ເອກະລາດ​​ໃນເຂດ​ຕິ​ເບ​ດ​ຂອງພວກ​ຈັກ​ກະ​ພັດ​ນິຍົມ​ແລະ​ສຳ​ເລັດ​ການ​ປົດ​ປ່ອຍ​ຂອງ​ທົ່ວ​ຈີນ​ແຜ່ນດິນ​ໃຫຍ່.​ໃນ​ຕົ້ນ​ເດືອນ​ມັງກອນ​ປີ1950ສູນກາງພັກກອມມູນິດຈີນໄດ້ຕັດສິນໃຈຍົກທັບເພື່ອປົດປ່ອຍເຂດຕິເບດໃນຂະນະດຽວກັນນີ້ເພື່ອຫລີກເວັ້ນບໍ່ໃຫ້ທຳລາຍ ມິດຕະພາບກັບ​ຊົນ​ເຜົ່າ​ຕິ​ເບ​ດ​ແລະ​​ເພື່ອ​ຄວາມ​ສາມັກຄີ​ຊົນ​ເຜົ່າ,ທາງ​ສູນ​ກາງ​ພັກ​ໄດ້​ໃຊ້ຄວາມ​ພະຍາຍາມກຳນົດ​ທິດ​ທາງ​ປົດ​ປ່ອຍເຂດ​ຕິ​ເບ​ດ​ໂດຍ​ສັນຕິ​​ ແຕ່​ເຈົ້າ​ໜ້າ​ທີ່ເຂດ​ຕິ​ເບ​ດທີ່​ຖືກອິດທິກຳລັງ​ແບ່​ງ​ແຍກ​ຄຸ້ມ​ຄອງ​​ໄດ້ແກ່ຍາວ​ການ​ເຈລະຈາ​ແລະ​ຢາກ​ນຳ​ໃຊ້​ກຳລັງ​ເພື່ອກີດຂວາງບໍ່​ໃຫ້​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນຈີນເຂົ້າ​ໃນເຂດ​ຕິ​ເບ​ດ,​ເດືອນ​ຕຸລາ​ປີ1950 ກອງທັບ​ປົດ​ປ່ອຍປະ​ຊາ​ຊົນຈີນ​ໄດ້​ປົດ​ປ່ອຍ​ເມືອງ​ຊາງ​ຕູ​ເຊິ່ງ​ໄດ້​ໂຈມ​ຕີອິດທິກຳລັງ​ແບ່ງ​ແຍກຢ່າງ​ໜັກໜ່ວງພ້ອມ​ທັງໄດ້​ເປີດ​ປະຕູ​ໃຫ້ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​​ເດີນທາງເຂົ້າສູ່​ເຂດ​ຕິ​ເບ​ດ​ແລະ​ໄດ້​ສ້າງເງື່ອນໄຂສະດວກແກ່ການແກ້ໄຂບັນຫາຕິເບດໂດຍສັນຕິເມື່ອ ເດືອນ​ເມສາ​ປີ1951ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ເຂດຕິ​ເບ​ດ​ໄດ້​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​​ເດີນທາງໄປ​​ນະຄອນຫລວງ​ປັກ​ກິ່ງ ວັນ​ທີ່23​ເດືອນ​ພຶດສະພາ​,ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ ສັນຍາ​ວ່າ​ດ້ວຍ​ວິທີປົດ​ປ່ອຍເຂດ​ຕິ​ເບ​ດ​ໂດຍ​ສັນຕິ​ລະຫວ່າງ​ລັດຖະບານ​ປະຊາຊົນ​ສູນ​ກາງ​ກັບອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ຂອງ​ເຂດເຂດ​ຕິ​ເບ​ດ.ວັນ​ທີ24​ເດືອນ​ຕຸລາພະ​ດາ​ໄລລາ​ມະອົງ​ທີ14​ໄດ້​ລົມທາງ​ໂທລະສັບ​ກັບ​ທ່​ານ​ປະທານ​ເໝົາ​ເຈີ​ຕຸງວ່າ​ຈະ​ສະໜັບສະໜູນ​ສັນຍາ​ສະບັບ​ນີ້,​ຕັ້ງໜ້າ​ປະສານ​ສົມທົບ​ກັບ​ກອງທັບ​ເພື່ອ​ເຂົ້າ​ສູ່ຕິ​ເບ​ດ,ປັບປຸງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​,ຂັບ​ໄລ່​ອິດທິກຳລັງ​ຈັກ​ກະ​ພັດ​​ໃນເຂດ​ຕິ​ເບ​ດ​ ແລະປົກ​ປັກຣັກສາ​ອະທິປະ​ໄຕ​ແລ​ະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ພາຍ​​ໃຕ້​ການ​ນຳພາ​ຂອງລັດຖະບານ​ປະຊາຊົນ​ສູນ​ກາງ


ການ​ປົດ​ປ່ອຍ​ໂດຍ​ສັນຕິ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ທັບມ້າງຄວາມ​ຝັນ​ຂອງ​ພວກຈັກກະ​ພັດ​ນິຍົມ​ແລະ​ພວກ​ອິດທິກຳລັງ​ແບ່​ງ​ແຍກທີ່​ເປັນ​ກຸ່ມ​ໜ້ອຍ​ຂອງ​ຊົນ​ຊັ້ນ​ເທິງ​ເຂດ​ຕິ​ເບ​ດ​​ເຮັດ​ໃຫ້​ເຂດ​ຕິ​ເບ​ດ​ພົ້ນ​ຈາກການ​ຄຸ້ມ​ຄອງຂອງ​ກຳລັງຮຸກຮານຂອງຈັກ​ກະ​ພັດ​ນິຍົມ,ປົກ​ປັກຮັກສາ​ອະທິປະ​ໄຕ​ແລ​ະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ພ້ອ​ມ​ນັ້ນໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຍົກ​ເລີກ​ລະບອບ​ຂ້າ​ທາດ​ກະສິກອນ​ແບ​ບສັກ​ດິ​ນາ​ແລະ​ການ​ບັນລຸ​ຊີວິດ​ໃໝ່​ຂອງ​ຊົນ​ເຜົາ​​ຕິ​ເບ​ດ​​ເທື່ອ​ລະກ້າວ,ການ​ປົດ​ປ່ອຍ​ໂດຍ​ສັນຕິ​ຂອງ​ເຂດ​ຕິ​ເບ​ດ​​ແມ່ນ​ບາດ​ລ້ຽວທາງປະຫວັດສາດ​ອັນ​ສຳຄັນ​ແຫ່ງ​ກາ​ນອອກຈາກ​ຄວາມ​ມືດ​ມົນໄປ​ສູ່​ຄວາມ​ສະຫວ່າງ​ຈາກຄວາມ​​ແບ່ງ​ແຍກໄປສູ່ຄວາມສາມັກຄີຈາກຄວາມຫລ້າຫລັງໄປສູ່ຄວາມກ້າວໜ້າ ຂອງເຂດ​ຕິ​ເບ​ດ,​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ,ຕິ​ເບ​ດ​​ໄດ້​ກ້າວເຂົ້າ​ສູ່​ໄລຍະ​ພັດທະນາ​ທາງປະຫວັດ​ສາດ​ອັນ​ໃໝ່​ເຊິ່ງ​ເປັນ​ໄຊຊະນະ​ອັນ​ໃຫຍ່​ຫລວງ​ຂອງ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງພັກ​ກອມ​ມຸນິ​ດຈີນ.