ສິງ​ກະ​ໂປ​ມີປະ​ທາ​ນາ​ທິ​ບໍ​ດີ​​ເພດ​ຍິງຜູ້​ທຳ​ອິດ

(GMT+08:00) 2017-09-14 14:18:11     cri
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 13 ກັນ​ຍາ​ນີ້, ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ປະ​ກາດ​ວ່າ, ທ່ານ​ນາງ​ຮາ​ລິ​ມາ ຢາ​ຄົບ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສິງ​ກະ​ໂປ ເຊິ່ງ​ເປັນ​ຜູ້​ສະ​ໝັກ​ເລືອກ​ຕັ້ງພຽງ​ໜຶ່ງ​ດຽວ ໄດ້​ຂຶ້ນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີສິງ​ກະ​ໂປ​​ສະ​ໄໝ​ທີ 8 ໂດຍ​ອັດ​ຕະ​ໂນ​ມັດ. ​ແລະ​ທ່ານ​ໄດ້​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີເພດ​ຍິງ​ຜູ້​ທຳ​ອິດ​ຂອງປະ​ເທດ​ຕົນ​.

ທ່ານ​ຢູ​ຊົ​ຟ ​ບິນ​ອິ​ຮັກ ເຜົ່າ​ມະ​ເລ​ເປັນປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ຜູ້​ທຳ​ອິດ​ແລະຫຼັງ​ຈາກ​ນັ້ນ​, ກໍ​ບໍ່​ມີເຜົ່າ​ມະ​ເ​ລຄົນ​ໃດ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີກ​​ຈົນ​ມາ​ເຖິງປີ 2016, ລັດ​ຖະ​ບານ​ສິງ​ກະ​ໂປ​ປະ​ກາດ​ວ່າ, ປະ​ທາ​ນາ​ທິ​ບໍ​ດີ​ຄົນຕໍ່​ໄປທີ່​ໄດ້​ຮັບ​ເລືອກນັ້ນ​ຕ້ອງ​ແມ່ນ​ເຜົ່າ​ມະ​ເລ ແລະໃນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ເຜົ່າ​ມະ​ເລ 3 ຄົນ​ນັ້ນ, ມີ​ແຕ່​ທ່ານ​ນາງ​ຮາ​ລິ​ມາ​​ທີ່ໄດ້​ຮັບ​​ການຢັ້ງ​ຢືນ​ຄຸນ​ວຸດ​ທິ​ຈາກ​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​.

ທ່ານ​ນາງ​ຮາ​ລິ​ມາ​ ຈະສາ​​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ໃນ​ວັນ​ທີ 14 ກັນ​ຍາ​ນີ້ດ້ວຍ​ອາ​ຍຸ 63 ປີ, ທ່ານເຂົ້າ​ສູ່​ຖະ​ໜົນການ​ເມືອງ​ໃນ​ປີ 2001, ເຄີຍເປັນ​ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ສັງ​ຄົມ​ແລະການ​ພັດ​ທະ​ນາ​ຄອບ​ຄົວ​, ຜູ້​ປະ​ຈຳ​ການ​ເປັນ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​​ໃນ​ເດືອນ​ມັງ​ກອນ​ປີ 2013 ແລະ​ກໍ່​ເປັນ​ຜູ້​ຍິງ​ຄົນທຳ​ອິດ​​ທີ່​ດຳ​ລົງ​ຕຳ​ແໜ່ງ​ນີ້.