ຈີນບ​ຣູໄນ ເຫັນ​ພ້ອມຮ່ວມ​ກັນ​ວາງ​ແຜນ​ການ​ຮ່ວມ​ມືລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ

(GMT+08:00) 2017-09-14 14:37:33     cri

ວັນ​ທີ 13 ກັນ​ຍາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​​ກັບ​ທ່ານ​ຮາ​ຈີ ຮາ​ຊະ​ນານ ໂບນ​ເກຍ ຊຸນ​ຕານບ​ຣູໄນ ຢູ່​​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ໃນ​ໂອ​ກາດ​ນີ້, ທ່ານ​ສີ​ຈີ້ນ​ຜິງ​ໄດ້​ກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ຄົບ​ຮອບ 26 ປີ​ໃນ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ ​ວາງ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບ​ຣູໄນໃນ​ໄລ​ຍະ​ໃໝ່​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ​ເພື່ອສ້າງ​ຄວາມ​ຜາ​ສຸກໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ດີກວ່າ​ເກົ່າ​.

ໃນ​ການ​ພົບ​ປະ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ ໃນການ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ກ່ຽວ​ກັບ​ການ​​ຮ່ວມ​ກັນ​ຊຸກ​ຍູ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ. ນອກ​ນີ້, ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມເປັ​ນ​ເອ​ກະ​ພາບ​ໃນ​ການ​ເພີ່ມ​ທະ​ວີ​​ການ​ຮ່ວມ​ມື​​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແລະ​ການ​ປະ​ຕິ​ບັດກົດ​ໝາຍ ພ້ອມ​ດ້ວຍການ​ແລກ​ປ່ຽນ​ການ​ຮ່ວມມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ກິ​ລາ, ການ​ທ່ອງ​ທ່ຽວ, ​ສາ​ທາ​ລະ​ນະ​ສຸກ​ແລະ​ອື່ນໆ.

ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ໂດຍພ້ອມ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ທະ​ເລ​ຈີນ​ໃຕ້.


1  2