ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ພິຈາ​ລະ​ນາ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ​ໃນ​ປີ2012​ແມ່ນສະ​ແຫວ​ງຫາ​ຄວາມ​ກ້າວ​ໜ້າ​ໃນ​ສະ​ຖຽນ​ລະ​ພາບ

(GMT+08:00) 2012-03-05 16:56:57     cri
ຕອນ​ເຊົ້າ​ວັນ​ທີ5​ມີນາ​ນີ້, ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ, ອົງການ​ອຳນາດ​ສູງ​ສຸດ​ຂອງ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ການສະ​ແຫວງ​ຫາ​ຄວາມ​ກ້າວໜ້າ​ໃນ​ສະຖຽນ​ລະ​ພາບ​ໄດ້​ກາຍ​ເປັນ​ທິດ​ທາງ​ລວມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງຄົມ​ຂອງ​ຈີນ​ໃນ​ປີ2012.

ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະ​ບານ​ທີ່​ປະກາດ​ໂດຍ​ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີ​ຈີນ, ຈັງຫວະ​ເຕີບ​ໂຕ​ຂອງ​GDP​ໄດ້​ປັບ​ຈາກ8%​ໃນ​ປີ​ກາຍ​ນີ້​ໃຫ້​ລົງ​ເປັນ7,5%, ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ລັດຖະບານ​ຊຸດ​ນີ້​ປັບ​ຕົວ​ເລກ​ຄາດ​ໝາຍ​ດັ່ງກາວ​ໃຫ້​ຕ່ຳ​ກວ່າ8%​ໃນ​ວາລະ​ດຳລົງຕຳ​ແໜ່​ງ5ປີ​ມາ​ນີ້. ທ່ານ​ເວິ່ນ​ເຈ່ຍປາວ​ອະທິບາຍ​ວ່າ,

ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ​GDP​ໄດ້​ປັບ​ໃຫ້​ຕໍ່າລົງ​ໜ້ອຍ​ໜຶ່ງ, ​ແມ່ນ​ເພື່ອ​ຊີ້​ນຳພາ​ກສ່ວນ​ຕ່າງໆ​ສຸມ​ໃສ່​ການ​ເລັ່ງລັດ​ປ່ຽນ​ແປງ​ຮູບ​ການ​ພັດ​ທະນາ​ເສດຖະກິດ, ຍົກ​ສູງ​ຄຸນ​ນະພາບ​ແລະ​ປະ​ສິດທິ​ຜົນ​ຂອງ​ການ​ພັດ​ທະນາ​ເສດ​ຖະກິດ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ​ເພື່ອ​ບັນລຸ​ການ​ພັດ​ທະນາ​​ໃນ​ໄລຍະ​ຍາວ​ນານ​ກວ່າ​ເກົ່າ, ​ລະດັບ​ສູງ​ກວ່າ​ເກົ່າ​ແລະ​ມີ​ຄຸນ​ນະພາ​ບທີ່​ດີກ​ວ່າ​ເກົ່າ.

ໃນ​ບົດ​ລາຍ​ງານ, ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ໄດ້​ອະທິ​ບາຍ​ທິດ​ທາງ​ການ​ເຮັດ​ວຽກ​ຢ່າງ​ຈະ​ແຈ້ງ​ໃນ​ປີ​ນີ້. ທ່ານ​ກ່າວ​ວ່າ,

ຖ້າ​ຢາກເຮັດ​ວຽກ​ຂອງ​ປີ​ນີ້​ໃຫ້​ດີ​ຢ່າງ​ຮອບ​ດ້ານ, ຕ້ອງ​ຍຶດໝັ້ນ​ເນັ້ນ​ໜັກ​ຫົວ​ຂໍ້​ຫຼັກ, ຈັດ​ຕັ້ງ​ປະ​ຕິບັດ​ໃຫ້​ທົ່ວ​ເຖິງ, ວາງ​ແຜນ​ການ​ຢ່າງ​ເປັນ​ເອກະ​ພາບ​ກັນ, ກ້າວ​ໄປ​ໜ້າ​ຢ່າງ​ກົມ​ກຽວ​ກັນ, ຖື​ເອົາ​ການ​ຮັກສາ​ຄວາ​ມໝັ້ນ​ທ່ຽງ​ຂອງ​ການ​ເຕີບ​ໂຕ, ຄວບ​ຄຸມ​ລາຄາ​ສິນຄ້າ, ປັບ​ປຸງ​ໂຄງ​ປະກອບ, ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ, ຊຸ​ກຍູ້​ການ​ປະຕິ​ຮູບ, ສົ່ງ​ເສີມ​ຄວາມ​ກົມ​ກຽວ​ກັນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ເປັນ​ຢ່າງ​ດີ.

ຫາງ​ສຽງ​ທົ່ວ​ໄປ​ເຫັນວ່າ, ​ແນວ​ຄິດ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ທິດ​ທາງ​ລວມທີ່"ສະ​ແຫວ​ງຫາ​ຄວາມ​ກ້າວໜ້າ​ໃນ​ສະຖຽນ​ລະ​ພາບ". ປະຈຸ​ບັນ, ​ເສດ​ຖະກິດ​ໂລກ​ພວມ​ຊຸດ​ໂຊມ​ລົງ, ຄວາມ​ບໍ່​ໝັ້ນ​ທ່ຽງ​ແລະ​ຄວາມ​ບໍ່​ແນ່ນອນ​ໃນ​ການ​ຟື້ນ​ຕົວ​ກໍ່​ເພີ່ມ​ຂຶ້ນ, ພ້ອມ​ກັນ​ນັ້ນ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຂຶ້ນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ​ກໍ່​ມີ​ທ່າ​ອ່ຽງຫຼຸດ​ຕ່ຳລົງ​ອີກ. ພາຍ​ໃຕ້​ສະພາບ​ການ​ດັ່ງກາວ, ການ​ເຕີບ​ໂຕ​ດ້ານ​ເສດຖະ​ກິດ​ຂອງ​ຈີນ​ມີ​ຄວາມ​ຈຳ​ເປັນທີ່​ຕ້ອງ​ຮັກສາ​ຄວາມ​ໝັ້ນ​ທ່ຽງ. ນອກ​ນນີ້, ບົດ​ລາຍ​ງານ​ຍັງ​ສະ​ເໜີ​ອອກ​ມາວ່າ, ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ພື້ນ​ຖານ​ຂອງ​ລະດັບ​ລາຄາ​ສິນ​ຄ້າ, ຊຸກ​ຍູ້​ການພັດທະ​ນາ​ກະສິກຳ​ຢ່າງ​ໝັ້ນ​ທ່ຽງ, ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສືບ​ຕໍ່​ປະຕິ​ບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ, ທັງ​ໝົດ​​ເຫຼົ່າ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍ​ຕົວ​ຈິງ​ຂອງ​ສະຖຽນ​ລະ​ພາບ.

ການ​ຮັກສາ​ສະຖຽນ​ລະ​ພາບ​ແມ່ນ​ເພື່ອ​ສະ​ແຫວງ​ຫາ​ຄວາມ​ກ້າວໜ້າ. ບົດ​ລາຍ​ງານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, ຄວນ​ເລັ່ງ​ລັດ​ການ​ປ່ຽນ​ແປງ​ຮູບ​ການພັດ​ທະນາ​ເສດຖະກິດ, ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ການ​ພັດ​ທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ວັດທະນະທຳ, ລົງ​ເລິກ​ຊຸກ​ຍູ້​ການ​ປະຕິ​ຮູບ​ໃນ​ຂົງ​ເຂດທີ່​ສຳ​ຄັນ, ​ເຊິ່ງ​ໄດ້​ລວມ​ທັງ​ຂົງ​ເຂດ​ທີ່​ລັດຖະບານ​ຈີນ​ຈະ​ມີ​ການ​ປະດິດ​ສ້າງ​ໃໝ່​ໃນ​ປີ​ນີ້​, ​ໃນ​ນັ້ນ, ​ເນື້ອ​ໃນ​ກ່ຽວ​ກັບ​ການ​ປະຕິ​ຮູບ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເມື່ອ​ທຽບ​ກັບ​ຫຼາຍ​ປີຜ່ານ​ມາ, ທັງ​ໄດ້​ແບ່ງ​ເປັນ​ຫຼາຍ​ປະ​ເພດ​ແລະ​ເປັນ​ລະບຽບ. ​ໃນ​ນັ້ນ​ພວກ​ເຮົາ​ກໍ່​ສາມາດ​ສັງ​ເກດ​ເຫັນ​ໄດ້​ວ່າ, ລັດຖະບານ​ຈີນ​ຫວັງ​ຢາກ​ຜ່ານ​ຈາກ​ການ​ປະຕິ​ຮູບ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ, ​ແລະ​ແກ້​ໄຂ​ບັນຫາ​ຫຍຸ້ງ​ຍາກ​ຕ່າງ​ໆ​ຂອງ​ສັງຄົມ​ຈີນ​ໃນ​ປະຈຸ​ບັນ.