ທ່ານ​ຢາງ​ເຈ​ສືກ່າວ​ວ່າ, ​ໃນ10ປີ​ຕໍ່​ໜ້າ​ໂອກາດ​ສະ​ພາບ​ແວດ​ລ້ອມ​ພາຍ​ນອກ​ຂອງ​ຈີນ​ຈະ​ຫຼາຍ​ກວ່າ​ສິ່ງ​ທ້າ​ທາຍ

(GMT+08:00) 2012-03-06 16:00:01     cri
ວັນ​ທີ6ມີນາ​ນີ້​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ເຈສື, ລັດ​ຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ10ປີ​ຂ້າງ​ໜ້າ​ນີ້​ເງື່ອນ​ໄຂ​ທີ່​ດີບໍ່​ດີຂອງ​ສະພາບ​ພາຍ​ນອກ​ຂອງ​ຈີນ​ຈະ​ສັບສົນ​ສົມ​ຄວນ. ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ຈະ​ມີ​ຢູ່​ພ້ອມ​ກັນ, ​ແລະ​ອາດ​ຈະ​ຫັນປ່ຽນ​ເຊິ່ງກັນ​ແລະ​ກັນ.

ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ5ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ຈີນ​ຈະຍຶດ​ໝັ້ນ​ປະຕິ​ບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແຫ່ງ​ສັນຕິ​ພາບ​ທີ່​ເປັນ​ເອກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດ​ທະນາ​ໂດຍ​ສັນຕິ, ຍຶດ​ໝັ້ນ​ຍຸດ​ທະ​ສາດ​ເປີດ​ປະຕູ​ສູ່​ພາຍ​ນອກ​ແບບ​ຕ່າງ​ຝາຍ​ຕ່າງມີ​ຜົນ​ປະ​ໂຍດ, ຍຶດ​ໝັ້ນ​ຮ່ວມ​ກັບປະ​ເທດ​ຕ່າງໆ​ສ້າງ​ໂລກ​ໃຫ້​ກົມ​ກຽວ​ກັນ​ທີ່​ມີ​ສັນ​ຕິ​ພາບ​ຖາວອນ, ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ.