ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ​ຊະ​ຕາ​ກຳ​ຂອງ​ຕາ​ເວັນ​ອອກ​ກາງ​ຄວນ​ແມ່ນ​ປະ​ຊາ​ຊົນ​ຕາ​ເວັນ​ອອກ​ກາງ​ເປັນ​ຜູ່​ຕັດ​ສິນ

(GMT+08:00) 2012-03-06 15:54:07     cri
ວັນ​ທີ6​ມີນາ​ນີ້,ຢູ່​ນະຄອນຫຼວງປັກ​ກິ່ງ,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ສະຖານະ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ພວມ​ມີ​ການ​ປ່ຽນ​ແປງ​ສຳຄັນບາງ​ຢ່າງ,​ແຕ່​ວ່າ​ຜູ່​ທີ່​ຮູ້​ສະພາບ​ຂອງ​ພາກ​ພື້ນ​ນີ້ຫຼາຍທີ່​ສຸດ​ແມ່ນ​ປະຊາຊົນ​ຕາ​ເວັນ​ອອກ​ກາງ,ບັນຫາ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ຕົ້ນຕໍ​ ​ຄວນ​ໃຫ້​ປະຊາຊົນ​ຕາ​ເວັນ​ອອກ​ກາງ​ແກ້​ໄຂ​ໂດຍ​ຕົນ​ເອງ,​ຊະ​ຕາ​ກຳ​ຂອງ​ຕາ​ເວັນ​ອອກ​ກາງ​ຄວນ​​ແມ່ນ​ປະຊາຊົນ​ຕາ​ເວັນ​ອອກກາງ​ເປັນ​ຜູ່​ຕິດ​ສິນ.

ຢູ່​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດທີ11​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ6​ມີນາ​ນີ້,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ແລະ​ບາງ​ປະ​ເທດ​ອາຣັບບາງ​ເທື່ອ​ອາດ​ຈະ​ໃຊ້​ວິທີແກ້​ໄຂ​ທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ,​ແຕ່​ສອງ​ຝ່າຍ​ມີ​ເປົ້າ​ໝາຍ​ທີ່​ເປັນ​ເອກະ​ພາບ​ກັນ​ໃນ​ດ້ານ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ,ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໂດຍ​ລວມຢູ່​ເຂດ​ຕາ​ເວັນ​ອອກ​ກາງ.ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈີນ​ປະ​ເທດ​ອາຣັບ​ແມ່ນ​ມີ​ລັກສະນະ​ຮອບດ້ານ​ແລະ​ມີ​ຄວາມ​ໝາຍ​ທາງ​ດ້ານ​ຍຸດ​ທະ​ສາດ,ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ​ແມ່ນ​ສາມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ການ​ປ່ຽນ​ແປງຂອງ​ສະຖານະ​ການ.

ກ່ຽວ​ກັບ​ບັນຫາ​ຊີຣີ,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຫຼັກ​ໝັ້ນ​,ຈຸດ​ຢືນ​ແລະ​ຂໍ້​ລິ​ເລີ່​ມຂອງ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ການໃຫ້​ສຳພາດ​ຂອງ​ຜູ່​ຮັບຜິດຊອບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນທີ່​ກ່າວ​ໃນ​​ເມື່ອ​ບໍ່​ດົນມາ​ນີ້,​ໄດ້​ຮັບ​ຄວາມ​ສົນ​ໃຈໂດຍ​ທົ່ວ​ໄປ​ຈາກ​ປະຊາ​ຄົມ​ໂລກ,​ແລະ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະ​ການ​ສະໜັບສະໜູນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.